ວິທີເຮັດນ້ຳໃບເຕີຍຫອມ

ນ້ຳໃບເຕີຍຫອມ ນອກຈາກຈະມີກິ່ນຫອມສົດຊື່ນແລ້ວ ຍັງມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງ
ວັດຖຸດິບ

  • ໃບເຕີຍສົດ 5–7 ໃບ
  • ນ້ຳສະອາດ 1 ລິດ
  • ນ້ຳຕານ 5 ບ່ວງແກງ
  • ເກືອນ້ອຍໜຶ່ງ

ວິທີເຮັດ

  1. ລ້າງໃບເຕີຍໃຫ້ສະອາດ
  2. ຕັດເປັນທ່ອນສັ້ນໆ ຈາກນັ້ນນຳໄປປັ່ນຈົນລະອຽດແລ້ວນຳມາຕອງເອົາກາກອອກ.
  3. ຕົ້ມນ້ຳໃຫ້ເດືອດ ແລ້ວໃສ່ນໍ້າໃບເຕີຍລົງໄປ
  4. ຕົ້ມປະມານ 10–15 ນາທີ ຈົນນ້ຳມີສີຂຽວອ່ອນ ແລະ ກິ່ນຫອມ
  5. ໃສ່ນ້ຳຕານ ແລະ ເກືອໜ້ອຍໜຶ່ງ ຕາມມັກ
  6. ແລ້ວພັກໃຫ້ເຢັນ ເທົ່ານີ້ກໍ່ສາມາດໄດ້ນ້ຳໃບເຕີຍຕາມຕ້ອງການ
Share

Recent Stories