ຄອນນະລັກ ວົງຫາຈັກ
ປື້ມຄູ່ມືສະບັບນີ້ມີຈຸດປະສົງເພື່ອນຳາໃຊ້ເປັນເຄື່ອງມື ແລະ ບ່ອນອິງ ໃນການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງທີ່ດິນກະສິກຳແບບມີສ່ວນຮ່ວມ (PALM), ເຊິ່ງມັນເປັນວຽກໜຶ່ງ ຂອງຂະແໜງການກະສິກຳໃນວຽກງານການວາງແຜນການນໍາໃຊ້ທີ່ດິນຂັ້ນບ້ານເວົ້າລວມເວົ້າສະເພາະ. ຕາມພາລະບົດບາດ ແລະ ໜ້າທີ່ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກຳ ແລະ ປ່າໄມ້. ບັນດາຂະບວນການ ແລະ ຂັ້ນຕອນຕ່າງໆທີ່ໄດ້ກຳນົດໄວ້ໃນປື້ມຄູ່ມືເຫຼັ້ມນີ້ ຈະໄດ້ຖືກນໍາໄປເຜີຍແຜ່ ແລະ ນໍາໃຊ້ ໃນການວາງແຜນ ແລະ ຄຸ້ມຄອງທີ່ດິນກະສິກຳຈຳນວນ 4.5 ລ້ານເຮັກຕາ ໃນຂອບເຂດທົ່ວປະເທດ ເພື່ອຈຸດປະສົງການນໍາໃຊ້ທີ່ດິນກະສິກຳໃຫ້ມີຄວາມຍືນຍົງ ແລະ ສ້າງຜົນປະໂຫຍດສູງສຸດ ໃຫ້ກັບຊາວກະສິກອນ ໂດຍອິງຕາມສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ, ຄວາມ ຈຳກັດທາງດ້ານທຶນຮອນ ແລະ ຊັບພະຍາກອນມະນຸດ ຢູ່ພາຍໃນບ້ານ.
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການມີສ່ວນຮ່ວມລະຫວ່າງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຂີດຄວາມສາມາດກ່ຽວກັບການສຶກສາທາງດ້ານກະສິກຳແບບຍືນຍົງ

Types:
ຄູ່ມື

published in 2018, ລາວ language

Image