ບຸນຖະໜອມ
ສະພາບການຜະລິດກະສິກໃນສປປລາວ ໂດຍສະເພາະໃນເຂດພູດອຍ ແມ່ນໄດ້ມີການປ່ຽນແປງຈາກຮູບແບບການຜະລິດແບບ ກຸ້ມກິນ ໄປສູ່ການຜະລິດເປັນສິນຄ້າ ໂດຍນ ຳໃຊ້ປັດໃຈການຜະລິດເປັນຈ ຳນວນຫຼວງຫຼາຍ ເພື່ອເຮັດໃຫ້ໄດ້ຮັບຜົນຫຼາຍທີ່ສຸດໃນ ໄລຍະເວລາສັ້ນໆ ຊຶ່ງມັນໄດ້ສົ່ງຜົນກະທົບຕໍ່ຊັບພະຍາກອນທ ຳມະຊາດ. ການຈັດຕັ້ງປະຕິບັດກິດຈະກ ຳການຜະລິດເຫຼົ່ານັ້ນ ເປັນ ການຜະລິດກະສິກ ຳແບບບໍ່ຍືນຍົງທີ່ເປັນສາເຫດເຮັດໃຫ້ຊັບພະຍາກອນດິນເຊື່ອມໂຊມ. ນອກຈາກນັ້ນກໍ່ຍັງມີສິ່ງທ້າທາຍທີ່ເກີດ ຈາກການປ່ຽນແປງສະພາບດິນຟ້າອາກາດ. ຜ່ານມາມີຫຼາຍໆເຕັກນິກການຈັດການຄຸ້ມຄອງທີ່ດິນແບບຍືນຍົງ ທີ່ໄດ້ຈັດຕັ້ງປະຕິບັດ ໂດຍຊາວກະສິກອນຂະໜາດນ້ອຍມາເປັນເວລາດົນນານຊຶ່ງເຫັນໄດ້ວ່າ ມີບາງບົດຮຽນເຕັກນິກ ແມ່ນໄດ້ຮັບການສ້າງເປັນເອກກະ ສານຂອງແຕ່ລະອົງການ ຫຼື ຫ້ອງການຕ່າງໆ. ເຖິງຢ່າງໃດກໍ່ຕາມ, ເອກະສານບົດຮຽນດັ່ງກ່າວແມ່ນຍັງຈຳກັດ ແລະ ເນື້ອໃນຂອງ ເອກະສານສ່ວນໃຫຍ່ ຈະມີຮູບແບບມາດຕະຖານທີ່ແຕກຕ່າງກັນຂອງແຕ່ລະອົງການ.
Topics:
ຍຸດທະສາດການປັບຕົວກ່ຽວກັບການປ່ຽນແປງທາງດ້ານດິນຟ້າອາກາດ

Types:
ແຜ່ນພັບ, ໃບປິວ ແລະ ໂພສເຕີ

published in 2020, ລາວ language

Image