February 12, 2025
ຜູ້ຊ່ວຍສາດສະດາຈານ ປອ.ເພັດລາສີ ສຸລະເດດ, ຫົວໜ້າຝ່າຍຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ອາຈານເພັດລາສີໄດ້ອຸທິດຕົນເພື່ອສຸມໃສ່ເສີມຂະຍາຍວຽກງານດ້ານຊີວະນາໆພັນ ໂດຍເນັ້ນສຶກສາກ່ຽວກັບຊະນິດພັນພືດ. ໂດຍເລີ່ມຈາກທີ່ມີໂອກາດໄດ້ຮັບທຶນດາວິນ (Darwin Scholarship) ສະໜັບສະໜູນໃນຊ່ວງຝຶກງານ ທີ່ຮຽນປະລິນຍາຕີ ແລະ ເຮັດການຄົ້ນຄ້ວາ ຝຶກງານຢູ່ປະເທດອັງກິດ ໃນການເປັນນັກຄົ້ນຄວ້າທາງດ້ານການນໍາໃຊ້ພືດແບບພູມປັນຍາພື້ນບ້ານ.
ໃນຊ່ວງໄລຍະທີ່ຜ່ານມານີ້, ອາຈານໄດ້ມີໂອກາດເປັນທີ່ປຶກສາຮ່ວມ ໃຫ້ກັບນັກສຶກສາລະດັບປະລິນຍາໂທ ຈາກມະຫາວິທະຍາ ມາຫາສາລະຄາມ ປະເທດໄທ ທີ່ມີຄວາມສົນໃຈເຊີງເລິກສຶກສາພືດພື້ນເມືອງຊົນເຜົ່າ ໂດຍສະເພາະຄວາມແຕກແຕ່າງຂອງການນໍາໃຊ້ພືດຂອງ ຊົນເຜົ່າມົ້ງ ແລະ ຊົນເຜົ່າລາວ ທີ່ແຂວງບໍລິຄໍາໄຊ ປະເທດລາວ, ຈຶ່ງເກີດເປັນໂຄງການໄລຍະສັ້ນຂອງການສຶກສາຄົ້ນຄ້ວາໃນຄັ້ງນີ້ ໂດຍໄດ້ຮວບຮວມເອົາການນຳໃຊ້ແບບພື້ນເມືອງ, ນັບຕັ້ງແຕ່ການໃຊ້ເປັນອາຫານຈົນເຖິງເປັນຢາສະໝຸນໄພ. ເຊິ່ງການຄົ້ນຄ້ວານີ້ຍັງເປັນສ່ວນໜຶ່ງຂອງການລິເລີ່ມສ້າງປື້ມບັນຊີລາຍຊື່ພືດໃນ ສປປ ລາວ ໂດຍແນໃສ່ການອະນຸລັກຊີວະນາໆພັນ ແລະ ສົ່ງເສີມປູກຈິດສໍານຶກເຖິງຄວາມສຳຄັນຂອງພືດ.
ເປົ້າໝາຍລິເລີ່ມຂອງອາຈານ ແມ່ນເພື່ອສ້າງບັນຊີລາຍການພືດທີ່ສົມບູນແບບໃນລາວ ແນໃສ່ອະນຸລັກຊີວະນາໆພັນ ແລະ ສົ່ງເສີມປູກຈິດສຳນຶກເຖິງຄວາມສຳຄັນທາງດ້ານນິເວດວິທະຍາ ແລະ ວັດທະນະທຳ, ນໍາສະເໜີການມີສ່ວນຮ່ວມຂອງບຸກຄົນ ແລະ ຊຸມຊົນໃນການອະນຸລັກຮັກສາມໍລະດົກທາງທຳມະຊາດ.
Full name:
Ms. Phetlasy Souladeth
Date of Birth:
29 May 1985
Place of Birth:
Vientiane capital, Laos
Current Residence:
Nathom village, Xaythany district. Vientiane capital, Laos
Education:
Doctoral degree
Current Profession:
Plant taxonomy, biodiversity
Motto:
Biodiversity is our life