ອາການເຈັບຫູເກີດມາຈາກໃສ? ອາການທີ່ຈະບົ່ງບອກວ່າຫູຊັ້ນນອກອັກເສບແມ່ນເກີດມາຈາກມີອາການຄັນ, ມີການລະຄາຍເຄືອງ, ຫູອື້, ເຈັບຫູ ຫຼື ມີຂອງແຫຼວໄຫຼອອກຫູ ສິ່ງທີ່ສັງເກດເຫັນໄດ້ງ່າຍໆຄື ຜິວໜັງສ່ວນນອກຂອງຫູຈະແດງ, ບວມທັງໝົດ ບາງຄັ້ງກໍມີໜອງອອກມາສົ່ງກິ່ນເໝັນຢູ່ໃນຫູ, ເວລາເຄື່ອນໄຫວໃນຫູຈະມີອາການເຈັບ ຫຼື ມີຕ່ອມນ້ຳເຫຼືອງບໍລິເວນໜ້າ ຫຼື ຫຼັງຫູ ບາງຄົນກໍເຖິງຂັ້ນເຮັດໃຫ້ໃບຫູຍື່ນອອກໄປທາງໜ້າ, ກະດູກຫູບວມ, ແດງ ແລະ ເຈັບ ຫຼື ມີອາການອຳມະພາດເສັ້ນປະສາດສະໝອງບາງເສັ້ນໄດ້.
ສາເຫດຫຼັກໆຂອງອາການເຈັບຫູມີດັ່ງນີ້:
- ສາເຫດຈາກຫູຊັ້ນນອກ: ເກີດມາຈາກການຕິດເຊື້ອແບັດທິເຣຍ (bacteria), ຊ່ອງຫູຊັ້ນນອກມີການອັກເສບເກີດຈາກການຄວັດຫູ, ນ້ຳເຂົ້າຫູ ແລະ ອື່ນໆ.
- ສາເຫດຈາກຫູຊັ້ນກາງ: ການອັກເສບຂອງຫູຊັ້ນກາງເກີດມາຈາກການຕິດເຊື້ອແບັດທິເຣຍ (bacteria) ຫຼື ໄວຣັສ ຊຶ່ງມັກຈະເກີດຂຶ້ນໃນຊ່ວງຫຼັງຈາກດີໄຂ້ຫວັດ ແລະ ມີອາການເຈັບຫູໃນເວລາດຳນ້ຳ ຫຼື ນັ່ງເຄືຶ່ອງບິນ ຊຶ່ງຜູ້ປ່ວຍຈະມີອາການຫູອື້, ເຈັບຫົວ ຊຶ່ງເກີດມາຈາກການປ່ຽນແປງຄວາມກົດດັນຂອງອາກາດຮອບຕົວກັບຄວາມດັນໃນຫູ.
- ສາເຫດຈາກຫູຊັ້ນໃນ: ຜູ້ປ່ວຍມີອາການເຈັບຫູເມື່ອໄດ້ຍິນສຽງດັງ ຊຶ່ງອາດເກີດມາຈາກຄວາມຜິດປົກກະຕິຂອງຫູຊັ້ນໃນ ຫຼື ເສັ້ນປະສາດຫູເສື່ອມ, ນອກຈາກນີ້ຍັງມີອາການອື່ນໆອີກ ເປັນຕົ້ນແມ່ນມີສຽງດັງຢູ່ໃນຫູ ຫຼື ການໄດ້ຍິນສຽງໜ້ອຍລົງ.
ເຊິ່ງອາການເຈັບຫູ ສາມາດຮັກສາເບື້ອງຕົ້ນດ້ວຍສະໝຸນໄພພື້ນບ້ານດັ່ງນີ້:
- ເອື້ອງກະເລ້ໃບຫາງແຂ້: ສຳຫຼັບການຮັກສາພະຍາດຫູໜອງ ແລະ ຫູອັບເສບ ໂດຍນຳໃຊ້ທັ້ງຕົ້ນປະສົມກັບຂີງ ແລະ ນ້ຳ ແລ້ວໃສ່ຫູ.
- ຕົ້ນພັບດົງ: ໃບຮັກສາອາການເຈັບຫູ ແລະ ຫູເປັນໜອງ, ນຳມາຕົ້ມຮັກສາອາການເຈັບທ້ອງປະຈຳເດືອນ ແລະ ອາການງຸດງິດ.
- ຫຍ້າຂີວຂົນ: ຄັ້ນນ້ຳດື່ມຊ່ວຍເຮັດໃຫ້ປວດຮາກ, ໃຊ້ຍອດຕາຮັກສາອາການເຈັບຕາ ແລະ ຊ່ວຍຮັກສາຫູຊັ້ນກາງອັກເສບ.
- ຂີ້ອົ້ນນ້ຳ: ໃບຮັກສາອາການເຈັບຫົວ ແລະ ຮັກສາອາການເຈັບຫູ.