
ຂ່າວດີ! ສໍາລັບຜູ້ປະກອບການ/ບັນດາຫົວໜ່ວຍທຸລະກິດກະສິກໍາ, ທ່ານໄດ້ມີເວລາເພີ່ມຂຶ້ນໃນການຍື່ນບົດສະເໜີທຶນສົມທົບ! ກອງທຶນສົ່ງເສີມທຸລະກິດກະສິກໍາ (MGFA) ໄດ້ມີການຂະຫຍາຍກອບເວລາ ການເປີດຮັບສະໝັກຈົນເຖິງ ວັນທີ 11 ກັນຍາ 2026.
ຖ້າຫາກທ່ານຢູ່ພາຍໃຕ້ທຸລະກິດກະສິກໍາ ທີ່ກໍາລັງດໍາເນີນຢູ່ ຫຼື ຈັດຊື້ຜົນຜະລິດຈາກ ແຂວງໄຊຍະບູລີ, ຫຼວງພະບາງ, ຫົວພັນ, ອຸດົມໄຊ, ຫຼວງນໍ້າທາ ແລະ ບໍ່ແກ້ວທີ່ໄດ້ມີເງື່ອນໄຂຄົບຖ້ວນ ແມ່ນໄດ້ຮັບການຊຸກຍູ້ ແລະສົ່ງເສີມການຍື່ນບົດສະເໜີໂຄງການທຶນສົມທົບພາຍໃນໄລຍະເວລາທີ່ໄດ້ຂະຫຍາຍເພີ່ມ ນີ້.
ຜູ້ສະໝັກທີ່ໄດ້ຮັບການຄັດເລືອກຈະໄດ້ຮັບການສະໜັບສະໜູນດັ່ງນີ້:
ທຶນສົມທົບຕັ້ງແຕ່ 5,000 ຫາ 50,000 ເອີໂຣ
ທຶນສະໜັບສະໜູນສູງສຸດເຖິງ 50% ຂອງມູນຄ່າການລົງທຶນທີ່ສະເໜີ ໂດຍຜູ້ສະໝັກຕ້ອງໄດ້ປະກອບສ່ວນອີກ 50% ທີ່ເຫຼືອ
ການຊ່ວຍເຫຼືອ ແລະ ສະໜັບສະໜູນທາງດ້ານວິຊາການ
ການສະໜັບສະໜູນເພື່ອພັດທະນາການຜະລິດກະສິກໍາແບບຍືນຍົງ, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນການຕັດໄມ້ທໍາລາຍປ່າ
ກໍານົດເປີດຮັບສະໝັກເພີ່ມຈົນເຖິງ 11 ກັນຍາ 2026
ທ່ານສາມາດສຶກສາຂໍ້ມູນເພີ່ມເຕີມກ່ຽວກັບເງື່ອນໄຂ, ຂັ້ນຕອນການສະໝັກ ແລະ ເອກະສານປະກອບທີ່ຈໍາເປັນຜ່ານລິ້ງດັ່ງກ່າວ: https://clipad.org/lo/call-for-proposal-lo/
ການສົ່ງໃບສະໝັກ
ຜ່ານທາງອີເມວ:
ຫຼື ຍື່ນເອກະສານໂດຍກົງທີ່:
ອົງການຮ່ວມມືສາກົນເຢຍລະມັນ (GIZ) GmbH
ໂຄງການ CliPAD
ຕູ້ໄປສະນີ 1295
ຖະໜົນຄູວຽງ, ບ້ານ ຊຽງຢືນ, ເມືອງຈັນທະບູລີ, ແຂວງນະຄອນຫຼວງວຽງຈັນ, 01000, ສປປ ລາວ
ບໍລິສັດ ລັດວິສາຫະກິດໄປສະນີລາວ
ກະລຸນາກວດສອບໃຫ້ແນ່ໃຈວ່າ ເອກະສານທີ່ຈໍາເປັນທັງໝົດໄດ້ຖືກຄັດຕິດມາພ້ອມກັບໃບສະໝັກ ກ່ອນການສົ່ງ.
ຖ້າຫາກທ່ານມີຄໍາຖາມ ຫຼືຕ້ອງການຄໍາແນະນໍາໃນການສະໝັກເພີ່ມເຕີມ ສາມາດຕິດຕໍ່ໄດ້ທີ່:
(+856 20) 59 63 60 53


