ຂີ້ເລ້ໝາກພ້າວ

ຂີ້ເລ້ໝາກພ້າວ ພູມປັນຍາພື້ນບ້ານ ຈາກນໍ້າມັນສູ່ອາຫານ ກິນກໍໄດ້ ນໍາມາທາຜິວ ແລະ ເສັ້ນຜົມກໍເງົາງາມ

ສ່ວນປະສົມ

  • ໝາກພ້າວກະຈາ

ວິທີເຮັດ
1. ຂູດເອົາເນື້ອ ແລ້ວຄັນເອົານໍ້າກະທິ 3 ຄັ້ງ ຫຼື ຈົນກວ່ານໍ້າກະທິຈະຈືດ
2. ⁠ນໍາກະທິມາອ່ອມ 2-3ຊົ່ວໂມງ ຈົນນໍ້າກະທິແຫ້ງ ແຍກຊັ້ນຕ່ອນຂີ້ເລ້ (ຂີ້ເລ້ໝາກພ້າວ) ແລະ ນໍ້າມັນ

ວິທີແຍກຂີ້ເລ້ ແລະ ນໍ້າມັນ
1. ຂະນະທີ່ອ່ອມ, ຂີ້ເລ້ຈະຟູຂຶ້ນ ແລະມນໍ້າມັນຈະຢູ່ຊັ້ນລຸ່ມ ໃຫ່ເຮົາຕັກເອົາຕ່ອນຂີ້ເລ້ອອກ
2. ⁠ຫຼັງຈາກໄດ້ຂີ້ເລ້ ປຸງລົດດ້ວຍເກືອໜ້ອຍໜຶ່ງ, ສາມາດເພີ່ມນໍ້າຕານ ເພື່ອເພີ່ມຄວາມຫວານໄດ້
3. ⁠ເກັບໄວ້ໃນບ່ອນເຢັນ ເພື່ອກິນດົນນານ
4. ⁠ນໍ້າມັນໝາກພ້າວ ສາມາດເກັບໄວ້ເພື່ອນໍາມາປຸງແຕ່ງອາຫານ ຫຼື ທາຜິວກໍໄດ້ (ພູມປັນຍາພື້ນບ້ານ)

Share

Related Species

Recent Stories