ຊຸບຜັກຂະໃສ່ໜໍ່ຂ່າ

ຜັກທີ່ມີຄຸນຄ່າທາງອາຫານ ແລະ ມີລົດຊາດເປັນເອກະລັກ

ຜັກຂະເປັນຜັກປ່າພື້ນບ້ານທີ່ນິຍົມກິນໃນ ສປປ ລາວ ແລະ ຫຼາຍປະເທດໃນອາຊີຕາເວັນອອກສຽງໃຕ້ ເນື່ອງຈາກມີຄຸນຄ່າທາງອາຫານ ແລະ ມີລົດຊາດເປັນເອກະລັກ. ເຖິງແມ້ວ່າໃບອ່ອນ ຈະມີກິ່ນທີ່ຄ່ອນຂ້າງແຮງຫຼາຍກໍ່ຕາມ ແຕ່ຄົນສ່ວນຫຼາຍກໍນິຍົມນໍາມາປຸງແຕ່ງອາຫານ.
ວິທີເຮັດຊຸບຜັກຂະ
ສ່ວນປະກອບ

    • ຜັກຂະອ່ອນ 300 ກຣາມ
    • ໜໍ່ຂ່າອ່ອນ 6-7 ຍອດ
    • ໝາກເຜັດສົດ 3-5 ໜ່ວຍ
    • ກະທຽມ 3–5 ກີບ
    • ປາແດກຕົ້ມ 2 ບ່ວງແກງ
    • ເກືອ 1/4 ບ່ວງຊາ
    • ຜົງປຸງລົດ 1–2 ບ່ວງຊາ
    • ໃບຂີ້ຫູດ 4-5 ໃບ

ວິທີເຮັດ

  1. ປອກເອົາໜໍ່ອ່ອນຂອງໜໍ່ຂ່າ ນໍາໄປຕົ້ມໃນນໍ້າເດືອດປະມານ 5-10 ນາທີ
  2. ດັດເອົາແຕ່ຍອດອ່ອນຂອງຜັກຂະ ແລ້ວນໍາໄປລ້າງນໍ້າໃຫ້ສະອາດ ແລ້ວຕົ້ມ ຫຼື ລວກໃນນ້ຳເດືອດ 2–3 ນາທີ.
  3. ຕັກຂຶ້ນ ແລ້ວປະໃຫ້ເຢັນຈັກໜ້ອຍ.
  4. ນໍາໝາກເຜັດໄປຈີ່ໃຫ້ສຸກ
  5. ຕຳໝາກເຜັດ, ກະທຽມ ໃຫ້ລະອຽດ.
  6. ໃສ່ຜັກຂະ, ໝາກເຜັດ, ກະທຽມທີ່ກຽມໄວ້ນັ້ນລົງໄປ ຄົນໃຫ້ເຂົ້າກັນ.
  7. ປຸງລົດດ້ວຍປາແດກຕົ້ມ, ເກືອ ແລະ ຜົງປຸງລົດ.
  8. ນໍາເອົາໃບຂີ້ຫູດໄປລ້າງນໍ້າໃຫ້ສະອາດ ຈາກນັ້ນຊອຍເປັນຕ່ອນນ້ອຍໆໃສ່ລົງໄປແລ້ວຄົນໃຫ້ເຂົ້າກັນ.
  9. ຊິມລົດຊາດ ແລ້ວພ້ອມເສີບ.
Share

Related Species

Recent Stories