ຕົວແບບສະຫະກອນຂັ້ນບ້ານ

ສະຫະກອນ ບ້ານຫອຍ ເມືອງຄູນ ແຂວງຊຽງຂວາງ

ປະຊາຊົນບ້ານຫອຍ, ເມືອງຄູນ, ແຂວງຊຽງຂວາງ ສ່ວນຫຼາຍປະກອບອາຊີບເປັນຊາວກະສິກອນ ເພື່ອສະໜອງພືດຜັກແກ່ຕະຫຼາດໃນນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ບໍລິຄຳໄຊ ໂດຍຈະມີແມ່ຄ້າມາຮັບຊື້ພາຍໃນບ້ານເປັນປະຈຳ ເຊິ່ງຜ່ານມາການຂາຍແມ່ນແຕ່ລະຄອບຄົວຈະຂາຍສະເພາະໃຜລາວ ຈຶ່ງເຫັນວ່າລາຄາການຂາຍແມ່ນບໍ່ເທົ່າກັນ ເພາະມີການຍາດແຍ່ງລູກຄ້າ  ນອກຈາກນັ້ນເມື່ອສິນຄ້າມີຈຳນວນໜ້ອຍ ແມ່ຄ້າຈຶ່ງບໍ່ເຂົ້າມາຮັບຊື້ພາຍໃນບ້ານ.

ມາຮອດຕົ້ນປີ 2012 ປະຊາຊົນພາຍໃນບ້ານ ໄດ້ຮ່ວມກັນສ້າງຕັ້ງເປັນສະຫະກອນຂຶ້ນ  ໂດຍມີສະມາຊິກທັງໝົດ 34  ຄົນ, ມີເນື້ອທີ່ທຳການຜະລິດ 15 ເຮັກຕາ ແລະ ເນື້ອທີ່ນາ 49 ເຮັກຕາ ໃນນີ້ແຕ່ລະປີຫຼັງຈາກສຳເລັດການເກັບກ່ຽວຊາວສວນຈະປູກຜັກໃສ່ພື້ນທີ່ນານຳອີກ.

ພາຍຫຼັງສ້າງຕັ້ງເປັນສະຫະກອນຮຽບຮ້ອຍແລ້ວຈຶ່ງໄດ້ມີການປຶກສາຫາລື ແລະ ໄດ້ເລີ່ມບົດບາດໃນການຮ່ວມຊື້-ຂາຍ ດັ່ງນັ້ນລາຄາຂອງສິນຄ້າຈຶ່ງດີຂຶ້ນ ແລະ ເທົ່າທຽມກັນ ນອກຈາກນັ້ນຍັງອຳນວຍຄວາມສະດວກໃຫ້ແກ່ແມ່ຄ້າທີ່ເຂົ້າມາເກັບຊື້ຜັກນຳອີກ ເພາະສະຫະກອນເປັນຕົວແທນໃນການພົວພັນຕິດຕໍ່ການຊື້-ຂາຍ ລະຫວ່າງແມ່ຄ້າ ແລະ ຊາວສວນ .

ການຮ່ວມຊື້ – ຂາຍເປັນວິທີຈັດຕັ້ງປະຕິບັດໜຶ່ງທີ່ສາມາດນຳເອົາໄປໃຊ້ກັບບັນດາກຸ່ມ ແລະ ສະຫະກອນທີ່ມີການຜະລິດກະສິກຳທີ່ຄ້າຍຄືກັນ ໂດຍຜູ້ທ້ອນໂຮມສິນຄ້າຈະມີບົດບາດເປັນແຫຼ່ງຕະຫຼາດໃຫ້ແກ່ກຸ່ມ ຫຼື ສະຫະກອນໄດ້.

ທ່ານ ສົມພອນ ແພງວິໄລ ປະທານສະຫະກອນບ້ານຫອຍ ກ່າວວ່າ: ສະຫະກອນຈະເປັນຜູ້ຕິດຕໍ່ແມ່ຄ້າໃນການເຂົ້າມາຮັບຊື້ໂດຍມີການຕົກລົງກ່ຽວກັບຈຳນວນການເກັບຊື້ ແລະ ແຈ້ງລາຄາສິນຄ້າໃຫ້ແມ່ຄ້າຮັບຮູ້. ຫຼັງຈາກນັ້ນສະຫະກອນຈະປະສານຫາຫົວໜ້າຈຸ ເພື່ອແຈ້ງສະມາຊິກຕໍ່ກ່ຽວກັບຈຳນວນ, ປະເພດຜັກ, ລາຄາ ແລະ ເວລາໃນການເກັບຜົນຜະລິດ.

ໃນນີ້ສະຫະກອນຈະມີການຈັດລຳດັບວ່າຜັກຂອງໃຜພ້ອມທີ່ຈະເກັບຂາຍແລ້ວ ແລະ ຜັກສວນໃດຄວນເກັບຕາມຫຼັງ ໂດຍສະມາຊິກຈະແຈ້ງຕໍ່ຜູ້ທ້ອນໂຮມກ່ອນລ່ວງໜ້າ 3 ວັນ ການທ້ອນໂຮມຜົນຜະລິດຂອງກຸ່ມຈະແບ່ງອອກເປັນ 3 ຈຸຄື: ຫົວບ້ານ, ກາງບ້ານ ແລະ ທ້າຍບ້ານ ເພື່ອສະດວກແກ່ສະມາຊິກໃນການນຳເອົາຜັກໄປໂຮມຢູ່ຈຸໃກ້ສວນຕົນເອງ.

ສຳລັບຂັ້ນຕອນການຮ່ວມຊື້ – ຂາຍ ແມ່ນຈະປະຕິບັດດັ່ງນີ້:

1 ສະຫະກອນຈະຕິດຕໍ່ຫາແມ່ຄ້າ

2 ສະຫະກອນແຈ້ງລາຄາ

3 ສະຫະກອນແຈ້ງຈຳນວນການສັ່ງຊື້ຕໍ່ຫົວໜ້າໜ່ວຍທ້ອນໂຮມ 3 ຈຸ

4 ຫົວໜ້າຈຸທ້ອນໂຮມໂທແຈ້ງສະມາຊິກພາຍໃນກຸ່ມ

5 ສະມາຊິກເກັບຜັກມາໂຮມມາທ້ອນໂຮມຕາມຈຸດໃກ້ບ້ານ

6 ສະຫະກອນຈົດບັນທຶກຈຳນວນຜັກ, ຊື່ຂອງເຈົ້າຂອງສວນ

7 ສະຫະກອນແຈ້ງແມ່ຄ້າມາຮັບເອົາຜັກ

8 ສະຫະກອນຮັບເງິນຈາກແມ່ຄ້າ ແລະ ເບີກຈ່າຍໃຫ້ສະຫະກອນຕໍ່.

ສຳລັບຄ່າການທ້ອນໂຮມແມ່ນສະຫະກອນຈະເກັບແມ່ນຈະເກັບກັບແມ່ຄ້າ ໂດຍລາຄາແມ່ນຂຶ້ນກັບຕົກລົງລະຫວ່າງແມ່ຄ້າ ແລະ ຜູ້ທ້ອນໂຮມ ສຳລັບປະເພດ ໝາກເຜັດ, ໝາກເຂືອ, ໝາກຖົ່ວ ແລະ ອື່ນໆ ແມ່ນຈະເກັບ 1,000 ກີບ/ໝື່ນ ສ່ວນປະເພດຜັກປະເພດຜັກກາດ, ຜັກຫອມ, ກະລ່ຳ ແລະ ອື່ນໆ ແມ່ນ 500  ກີບ/ໝື່ນ.

ການຈ່າຍເງິນຄ່າສິນຄ້າສຳລັບຄ່າທ້ອນໂຮມ ແມ່ຄ້າຈະຈ່າຍເປັນເງິນສົດໃນມື້ມາຮັບສິນຄ້າເລີຍ ຫາກກໍລະນີເງິນບໍ່ທັນຈ່າຍກັບມື້້ ແມ່ຄ້າຈະແຈ້ງເພື່ອຈ່າຍໃນມື້ທີສອງ  ຫຼັງຈາກນັ້ນສະຫະກອນຈະນຳໄປຈ່າຍແກ່ສະມາຊິກ ສ່ວນເງິນຄ່າຈາກບໍລິການທ້ອນໂຮມຜົນຜະລິດ ແມ່ນຈະບັນທຶກ ແລະ ຈະສະຫຼຸບເຂົ້າຄັງຂອງສະຫະກອນທຸກໆທ້າຍເດືອນ.

ໃນທຸກໆປີສະມາຊິກສະຫະກອນແມ່ນຈະໄດ້ຮັບເງິນປັນຜົນຈາກຄ່າບໍລິການທ້ອນໂຮມສິນຄ້ານຳອີກ ສ່ວນລາຍຮັບຂອງສະຫະກອນນອກຈາກຈະໄດ້ຈາກຄ່າບໍລິການທ້ອນໂຮມສິນຄ້າແລ້ວ ຍັງໄດ້ຈາກຄ່າບໍລິການອື່ນໆເຊັ່ນ: ການເກັບຄ່າທັດສະນະສຶກສາ ເມື່ອສີ້ນປີສະຫະກອນຈະສະຫຼຸບລາຍຮັບ – ລາຍຈ່າຍ ຂອງຕົນເພື່ອລາຍງານຕໍ່ກອງປະຊຸມປະຈຳປີ ສ່ວນເງິນທີ່ເຫຼືອແມ່ນຈະນຳມາແບ່ງປັນຜົນ ໂດຍຈະແບ່ງໃຫ້ສະມາຊິກ 60 ເປີເຊັນ, ມອບເປັນກອງທຶນແກ່ສະຫະກອນ 20 ເປີເຊັນ, ມອບເປັນເງິນບໍລິຫານໃນສະຫະກອນ ແລະ ຜູ້ມີບົດບາດໃນການທ້ອນໂຮມສິນຄ້າ 10 ເປີເຊັນ, ເກັບເປັນເງິນສະຫວັດດີການ 5 ເປີເຊັນ ແລະ 5 ເປີເຊັນເປັນເງິນຄັງສະສົມ.

ປັດໄຈໃນການອຳນວຍຄວາມສະດວກຂອງສະຫະກອນແມ່ນມີຫຼາຍຢ່າງເປັນຕົ້ນແມ່ນຄວາມສາມາດຂອງຜູ້ທ້ອນໂຮມສິນຄ້ານັ້ນຖືວ່າມີຄວາມສຳຄັນຫຼາຍ ຫາກຜູ້ທ້ອນໂຮມບໍ່ມີທັັກສະໃນການພົວພັນກັບລູກຄ້າກໍຈະເຮັດໃຫ້ສິນຄ້າຂອງສະມາຊິກໄດ້ລາຄາຕ່ຳ.

ຜ່ານການເຮັດບົດບາດໃນການທ້ອນໂຮມສິນຄ້າເພື່ອຊື້ – ຂາຍ ຖືເປັນການອຳນວຍຄວາມສະດວກທັງຊາວສວນ ແລະ ແມ່ຄ້າໃນການເກັບຊື້ ແລະ ລາຄາມີຄວາມເທົ່າທຽມກັນ.

ທີ່ມາ: ເຄືອຂ່າຍຊາວກະສິກອນລາວ

Share