ມົກກົບນາ

ເປັນອາຫານພື້ນບ້ານທີ່ຄົນນິຍົມເຮັດກິນ

ວິທີເຮັດມົກກົບນາ ແບບດັ່ງເດີມ ທີ່ມີກິ່ນຫອມ ແລະ ລົດຊາດແຊບ

ສ່ວນປະກອບ

    • ກົບນາ 4-5 ໂຕ
    • ຫອມບົ່ວ 3-4 ຫົວ
    • ໝາກເຜັດ 5-7 ໜ່ວຍ
    • ຫົວສີໃຄ 1-2 ຕົ້ນ
    • ໃບຜັກອີ່ຕູ່  1-2 ຕົ້ນ
    • ເກືອ  1/2 ບ່ວງຊາ
    • ຜົງປຸງລົດ 1 ບ່ວງຊາ
    • ໃບຕອງສຳລັບຫໍ່

ວິທີເຮັດ

  1. ລ້າງກົບໃຫ້ສະອາດ, ເອົາເຄື່ອງໃນທ້ອງກົບອອກ ແລະ ຕັດເປັນຕ່ອນພໍດີ.
  2. ເອົາຫົວຫອມບົ່ວ, ຫົວສີໃຄ ແລະ ໝາກເຜັດ ນໍາມາຕໍາໃຫ້ລະອຽດ.
  3. ເອົາກົບໃສ່ຊາມ ແລ້ວປະສົມກັບເຄື່ອງທີ່ຕໍາໄວ້ນັ້ນ.
  4. ປຸງດ້ວຍ ຜົງປຸງລົດ ແລະ ເກືອ ຕາມລົດຊາດ.
  5. ຊອຍໃບຫອມບົ່ວໃບ ແລະ ດັດໃບຜັກອີ່ຕູ່ໃສ່ ແລ້ວຄົນໃຫ້ເຂົ້າກັນ.
  6. ຕັກສ່ວນຜະສົມໃສ່ ໃບຕອງ ແລ້ວຫໍ່ໃຫ້ແນ່ນ.
  7. ນຳໄປ ໜຶ້ງ ຫຼື ມົກໄຟ ປະມານ 20-30 ນາທີ ຈົນກົບສຸກດີ.
  8. ເປີດໃບຕອງ ຈະໄດ້ມົກກົບທີ່ຫອມສະໝຸນໄພ ແລະ ລົດຊາດເຜັດແຊບ.
Share

Related Species

Recent Stories