ວິທີເຮັດຍຳຫົວກະບຸກ (ອາຫານພື້ນບ້ານ)

ຮູ້ຈັກ "ຫົວກະບຸກ" ພືດປ່າກິນໄດ້ ພ້ອມວິທີການປຸ່ງແຕ່ງຢ່າງປອດໄພ

ຫົວກະບຸກ ເປັນພືດປ່າທີ່ນຳມາປຸງແຕ່ງເປັນອາຫານພື້ນບ້ານ ໂດຍເປັນທີ່ທີ່ນິຍົມໃນພາກເໜືອຂອງລາວ. ການນຳຫົວກະບຸກມາຮັບປະທານຕ້ອງຜ່ານຂັ້ນຕອນການກຽມທີ່ພິຖີພິຖັນ ເນື່ອງຈາກການປຸ່ງບໍ່ຖືກວິທີ ຫຼື ຕົ້ມບໍ່ສຸກ ອາດເຮັດໃຫ້ຄັນປາກ ແລະ ຄໍໄດ້. ໂດຍທົ່ວໄປ ນິຍົມຫັ່ນຫົວກະບຸກເປັນຕ່ອນບາງໆ ຫຼື ຕ່ອນພໍດີຄຳ, ຕົ້ມຈົນສຸກດີ ແລ້ວນຳມາຍຳກັບສະໝຸນໄພ.

ວັດຖຸດິບ

  • ຫົວກະບຸກ           300 ກຣາມ
  • ຫົວສີໄຄ              1 ຫົວ
  • ຂ່າແຫ້ງ              (ຕາມໃຈມັກ)
  • ໃບໝາກຂີ້ຫູດ      3–5 ໃບ
  • ຫອມຜັກບົ່ວ        1–2 ຫົວ
  • ກະທຽມ               2–3 ກີບ
  • ໝາກເຜັດປົ່ນ           3–5 ໜ່ວຍ
  • ໝາກນາວ           1 ໜ່ວຍ
  • ຫອມປ້ອມ           2 ຕົ້ນ
  • ຫອມບົ່ວໃບ         2 ຕົ້ນ
  • ຫອມເປ              2–3 ຕົ້ນ
  • ເກືອ                   ½ ບ່ວງກາເຟ
  • ແປ້ງນົວ              1 ບ່ວງກາເຟ

ວິທີເຮັດ

1. ກຽມຫົວກະບຸກ

  • ຫັ່ນຫົວກະບຸກເປັນຕ່ອນພໍດີຄຳ ຫຼື ຊອຍບາງໆ.
  • ນຳໄປຕົ້ມໃນນ້ຳດ່າງຈົນສຸກດີ ແລະ ປະໄວ້ໃຫ້ເຢັນ.
  • ເຄັດລັບ: ຈາກພູມປັນຍາຊາວບ້ານ ຈະໃຊ້ນ້ຳດ່າງຈາກຂີ້ເທົ່າ ຫຼື ນ້ຳປູນໃສ ເພື່ອກຳຈັດພິດຄັນ ຫຼື ອາການລະຄາຍເຄືອງ.

2. ການກະກຽມເຄື່ອງຍຳ

  • ນຳຫົວກະບຸກທີ່ຕົ້ມໄວ້ໄປຄັນໃຫ້ລະອຽດຈົນໄດ້ເນື້ອເປັນວຸ້ນໃສ
  • ຊອຍກະທຽມ, ຫອມຜັກບົ່ວ, ໃບຂີ້ຫູດ, ຫອມເປ, ຫອມປ້ອງ, ສັບຂ່າແຫ້ງ ແລະ ຫົວສີໄຄໃຫ້ລະອຽດ.

3. ຂັ້ນຕອນໃນການຍໍາ

ນຳຫົວກະບຸກທີ່ຄັ້ນແລ້ວ ແລະ ເຄື່ອງຍໍາທີ່ກຽມໄວ້ລົງໄປປະສົມກັນ ຈາກນັ້ນສາມາດປຸ່ງລົດຊາດໂດຍການເຕີມເກືອ, ແປ້ງນົວ, ໝາກເຜັດປົນ ແລະ ບີບໝາກນາວຕາມລົງໄປ ແລ້ວຄົນໃຫ້ເຂົ້າກັນ, ຈາກນັ້ນຊີມລົດຊາດ ແລະ ປຸ່ງຕາມມັກ.
ແລ້ວສາມາດນຳໄປຮັບປະທານໄດ້ເລີຍ.

ໝາຍເຫດ: ຄວນລະມັດລະວັງໃນການຮັບປະທານ ເນື່ອງຈາກຖ້າປຸ່ງແຕ່ງບໍ່ຖືກວິທີ ຫຼື ຕົ້ມບໍ່ສຸກ ອາດເຮັດໃຫ້ຄັນປາກ ແລະ ຄໍໄດ້.

Share

Recent Stories