ວິທີເຮັດປາແດກ

ເປັນວິທີຖະນອມອາຫານທີ່ສືບທອດກັນມາຈາກຄົນຮຸ່ນກ່ອນ

ປາແດກເປັນອາຫານໝັກພື້ນບ້ານຂອງລາວ ແລະ ນິຍົມເຮັດໄວ້ໃຊ້ເປັນເຄື່ອງປຸງໃນອາຫານຫຼາຍຊະນິດ.

ວິທີເຮັດປາແດກແບບພື້ນບ້ານລາວ:

ວັດຖຸດິບ

    • ປາສົດ 3–5 ກິໂລ
    • ເກືອ 1–1.5 ກິໂລ

ວິທີເຮັດ

  1. ລ້າງປາ ໃຫ້ສະອາດ ເຊາະເກັດ ແລະ ເອົາໄສ້ອອກ. ຈາກນັ້ນລ້າງໃຫ້ສະອາດ ແລ້ວປະໄວ້ໃຫ່້ສະເດັດນ້ຳ.
  2. ໝັກປາກັບເກືອ ໂດຍຄຸກເຄົ້າໃຫ້ເກືອເຂົ້າກັນດີ.
  3. ໃສ່ປາລົງໃນໄຫ ຫຼື ພາຊະນະສະອາດ ແລ້ວກົດໃຫ້ແໜ້ນ. ປິດຝາໃຫ້ສະນິດ.
  4. ໝັກໄວ້ ໃນບ່ອນສະອາດ ແລະ ບໍ່ຖືກແດດ. ໂດຍທົ່ວໄປຈະໝັກຫຼາຍອາທິດຫຼືອາດຈະຫຼາຍເດືອນ ຈົນປາມີກິ່ນ ແລະ ລົດຊາດຕາມຕ້ອງການ.
  5. ເມື່ອປາແດກໄດ້ທີ່ແລ້ວ ຈະນໍາເອົາປາແດກໄປຕົ້ມໃຫ້ສຸກ.
  6. ຈາກນັ້ນຈຶ່ງຕອງເອົາແຕ່ນໍ້າປາແດກໄວ້ເພື່ອໄປປຸງແຕ່ງອາຫານ ຫຼື ບໍ່ຕອງກໍໄດ້ແລ້ວແຕ່ຄວາມມັກຂອງແຕ່ລະຄົນ.
Share

Recent Stories