ອົບເປັດ

ຊີ້ນເປັດມີໂປຣຕີນ ຊ່ວຍໃນການສ້າງ ແລະ ສ້ອມແປງກ້າມຊີ້ນ

ວິທີເຮັດອົບເປັດແບບອາຫານລາວພື້ນບ້ານ

ວັດຖຸດິບ

    • ເປັດ 1 ໂຕ ຫຼື ປະມານ 1–1.5 ກິໂລ
    • ນ້ຳປາ 2–3 ບ່ວງ
    • ເກືອ 1 ບ່ວງຊາ
    • ຜົງປຸງລົດ 1-2 ບ່ວງຊາ
    • ນໍ້າຕານ 1/4 ບ່ວງຊາ
    • ກະທຽມ 5-6 ກີບ
    • ຫອມແດງ 3-4 ຫົວ
    • ຂ່າ 1 ແໜ່ງ (ຕາມຄວາມມັກ)
    • ຫົວສີໃຄ 2 ຫົວ
    • ໝາກເຜັດຕາມຄວາມມັກ
    • ໃບໝາກຂີ້ຫູດ 3-4 ໃບ
    • ຜັກຫອມປ້ອມ  2-3 ຕົ້ນ
    • ຫອມບົ່ວຝບ  2-3 ຕົ້ນ
    • ນ້ຳມັນເລັກໜ້ອຍ

ວິທີເຮັດ

  1. ລ້າງເປັດໃຫ້ສະອາດ ແລ້ວຕັດເປັນຕ່ອນນ້ອຍ ພໍດີກິນ.
  2. ຕຳກະທຽມ, ຫອມບົວ, ຂ່າ, ຫົວສີໃຄ ແລະ ໝາກເຜັດໃຫ້ພໍລະອຽດ.
  3. ຕັ້ງໝໍ້ ແລະ ໃສ່ນໍ້າມັນໃຫ້ມັນຮ້ອນ
  4. ຈາກນັ້ນນຳສ່ວນປະສົມທີ່ກຽມໄວ້ນັ້ນນໍາມາຂົ້ວໃຫ້ມີກິ່ນຫອມ
  5. ໃສ່ຊີ້ນເປັດທີ່ກຽມໄວ້ນັ້ນລົງໄປຂົ້ວກັບເຄື່ອງຄຽງ, ຕື່ມເກືອ, ນໍ້າປາດ ຜົງປຸງລົດ, ນໍ້າຕານ ແລະ ໃສ່ນໍ້າ ເພື່ອຕົ້ມໄວ້ໃຫ້ຊີ້ນເປັດມີຄວາມນຸ້ມ.
  6. ສຶບຕໍ່ຕົ້ມປະມານ 20-30 ນາທີ.
  7. ຈາກນັ້ນນໍາເອົາຫອມບົ່ວ, ຫອມປ້ອມ ແລະ ໃບຂີ້ຫູດທີ່ຊອຍໄວ້ແລ້ວນັ້ນລົງໄປ ແລະ ຕົ້ມອີກປະມານ 2-3 ນາທີເພື່ອໃຫ້ມີກິ່ນຫອມ.
  8. ເມື່ອເປັດສຸກດີ ແລະ ຜິວດ້ານນອກເຫຼືອງ, ມີກິ່ນຫອມ ໃຫ້ຊີມເບິ່ງວ່າໄດ້ລົດຊາດຕາມທີ່ຕ້ອງການແລ້ວບໍ.
Share

Recent Stories