ວິທີເຮັດເຂົ້າຂົ້ວ

ເຂົ້າຂົ້ວສາມາດນຳໄປໃສ່ ລາບ, ກ້ອຍ, ແຈ່ວ

ວິທີເຮັດເຂົ້າຂົ້ວ

ວັດຖຸດິບ

    • ເຂົ້າໜຽວດິບ 1 ຖ້ວຍຊຸບ
    • ໃບໝາກຂີ້ຫູດ  4-5 ໃບ

ວິທີເຮັດ

  1. ຕັ້ງໝໍ້ຂື້ນໃນໄຟທີ່ອ່ອນ.
  2. ນຳເຂົ້າ, ໃບໝາກຂີ້ຫູດໃສ່ໝໍ້ ແລ້ວຂົ້ວດ້ວຍໄຟອ່ອນຫາໄຟປານກາງ.
  3. ຄົນເຂົ້າເລື້ອຍໆ ເພື່ອໃຫ້ເມັດເຂົ້າສຸກສະເໝີກັນ ແລະ ບໍ່ໃຫ້ໄໝ້.
  4. ຂົ້ວຈົນເຂົ້າປ່ຽນເປັນສີເຫຼືອງອ່ອນ ແລະ ມີກິ່ນຫອມ.
  5. ປິດໄຟ ແລ້ວປ່ອຍໃຫ້ເຂົ້າຂົ້ວເຢັນ.
  6. ນຳໄປຕຳ ຫຼື ບົດໃຫ້ລະອຽດຕາມຕ້ອງການ.

ເຄັດລັບ: ເຂົ້າຂົ້ວຄວນມີສີເຫຼືອງອ່ອນ, ກິ່ນຫອມ ແລະ ບໍ່ຄວນຂົ້ວຈົນໄໝ້.

Share

Recent Stories