ໜໍ່ໄມ້ສົ້ມ ເປັນວິທີການຖະໜອມອາຫານແບບພື້ນບ້ານທີ່ເຮັດໄດ້ງ່າຍໆ
ວັດຖຸດິບ
- ໜໍ່ໄມ້ສົດ 2-4ໜໍ່
- ນ້ຳສະອາດ
- ເກືອ 1-2 ບ່ວງຊາ
- ພາຊະນະສະອາດທີ່ມີຝາປິດ
ວິທີເຮັດ
- ປອກເປືອກໜໍ່ໄມ້ ແລ້ວຊອຍເປັນເສັ້ນບາງໆ.
- ໃສ່ພາຊະນະສະອາດ ກົດໜໍ່ໄມ້ໃຫ້ແໜ້ນ ແລະ ໃຫ້ມີນ້ຳທ່ວມໜໍ່ໄມ້, ຕື່ມເກືອໃສ່ແລ້ວປິດຝາໃຫ້ແໜ້ນ.
- ລໍຖ້າໃຫ້ໜໍ່ໄມ້ສົ້ມ ວາງໄວ້ໃນບ່ອນສະອາດ ບໍ່ຖືກແດດໂດຍກົງ. ໃນອາກາດອົບອຸ່ນອາດໃຊ້ເວລາປະມານ 2-5 ມື້. ເມື່ອມີລົດສົ້ມຕາມຕ້ອງການ ຈຶ່ງນຳໄປກິນ.