ແຈ່ວໜໍ່ສົ້ມ ແບບພື້ນບ້ານ ເຮັດງ່າຍ ແຊບ ກິນກັບເຂົ້າໜຽວ ຫຼື ລວກຜັກ.
ວັດຖຸດິບ
- ໜໍ່ໄມ້ສົ້ມ 100-250 ກຣາມ
- ໝາກເຜັດ 3-5 ໜ່ວຍ
- ກະທຍມ 2-3 ກີບ
- ນ້ຳປາແດກຕົ້ມສຸກ 2 ບ່ວງຊາ
- ນ້ຳປາ ຫຼື ເກືອ ເລັກໜ້ອຍ
- ຜົງປຸງລົດ 1 ບ່ວງຊາ
- ຜັກຫອມປ້ອມ ເລັກໜ້ອຍ
ວິທີເຮັດ
- ຕົ້ມໜໍ່ສົ້ມໃຫ້ສຸກດີ.
- ຄົ່ວໝາກເຜັດ, ແລະ ກະທຽມ ໃຫ້ຫອມ ແລ້ວນໍາມາຕໍາໃຫ້ລະອຽດ.
- ໃສ່ໜໍ່ໄມ້ສົ້ມທີ່ຕົ້ມໄວ້ ແລ້ວຕຳຄ່ອຍໆໃຫ້ເຂົ້າກັນ.
- ເຕີມນ້ຳປາແດກຕົ້ມສຸກ ແລະ ປຸງດ້ວຍເກືອ, ຜົງປຸງລົດ.
- ໃສ່ຜັກຫອມປ້ອມທີ່ຊອຍເປັນຕ່ອນນ້ອຍໄວ້ນັ້ນ ຄົນໃຫ້ເຂົ້າກັນ ແລ້ວຊິມເບິ່ງລົດຊາດ.