ນ້ຳໝາກເລັ່ນ

ໝາກເລັ່ນສົດ ສູ່ເຄື່ອງດື່ມສຸຂະພາບ

ໝາກເລັ່ນສຸກ ມີວິຕາມິນທີ່ມີປະໂຫຍດຕໍ່ຮ່າງກາຍສູງທັ້ງ ວິຕາມິນເອ, ວິຕາມິນບີ, ວິຕາມິນຊີ, ວິຕາມິນເຄ ແລະ ວິຕາມິນອື່ນໆ ໂດຍສະເພາະວິຕາມິນເອນັ້ນມີສູງຫຼາຍ🍅
ວັດຖຸດິບ

    • ໝາກເລັ່ນສຸກ          5–6 ໜ່ວຍ
    • ນ້ຳສະອາດ               200–300 ມິລີລິດ
    • ນ້ຳເຜິ້ງ ຫຼື ນ້ຳຕານ   (ຕາມຄວາມມັກ)
    • ເກືອ                      ເລັກນ້ອຍ

ວິທີເຮັດ

  1. ລ້າງໝາກເລັ່ນໃຫ້ສະອາດ.
  2. ລວກໝາກເລັ່ນ ໃນນ້ຳຮ້ອນປະມານ 1–2 ນາທີ ແລ້ວນຳລົງນ້ຳເຢັນ ເພື່ອປອກເປືອກໄດ້ງ່າຍ.
  3. ປອກເປືອກ ແລະ ຫັ່ນເປັນຕ່ອນ.
  4. ນຳໄປປັ່ນກັບນ້ຳສະອາດຈົນລະອຽດ.
  5. ກອງຜ່ານຕາໜ່າງລະອຽດ (ຖ້າຕ້ອງການເນື້ອນຽນ).
  6. ຈາກນັ້ນນໍາໄປຕົ້ມປະມານ 10-15 ນາທີ ແລ້ວປຸງລົດດ້ວຍນ້ຳຕານ ແລະ ເກືອເລັກນ້ອຍ.
  7. ຈາກນັ້ນກໍສາມາດນໍາມາດື່ມໄດ້ທັງແບບອຸ່ນ ຫຼື ແບບເຢັນໄດ້.
Share

Recent Stories