ນ້ຳໃບເຕີຍຫອມ ນອກຈາກຈະມີກິ່ນຫອມສົດຊື່ນແລ້ວ ຍັງມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງ
ວັດຖຸດິບ
- ໃບເຕີຍສົດ 5–7 ໃບ
- ນ້ຳສະອາດ 1 ລິດ
- ນ້ຳຕານ 5 ບ່ວງແກງ
- ເກືອນ້ອຍໜຶ່ງ
ວິທີເຮັດ
- ລ້າງໃບເຕີຍໃຫ້ສະອາດ
- ຕັດເປັນທ່ອນສັ້ນໆ ຈາກນັ້ນນຳໄປປັ່ນຈົນລະອຽດແລ້ວນຳມາຕອງເອົາກາກອອກ.
- ຕົ້ມນ້ຳໃຫ້ເດືອດ ແລ້ວໃສ່ນໍ້າໃບເຕີຍລົງໄປ
- ຕົ້ມປະມານ 10–15 ນາທີ ຈົນນ້ຳມີສີຂຽວອ່ອນ ແລະ ກິ່ນຫອມ
- ໃສ່ນ້ຳຕານ ແລະ ເກືອໜ້ອຍໜຶ່ງ ຕາມມັກ
- ແລ້ວພັກໃຫ້ເຢັນ ເທົ່ານີ້ກໍ່ສາມາດໄດ້ນ້ຳໃບເຕີຍຕາມຕ້ອງການ