ວິທີເຮັດພັນປາ

ມື້ນີ້ຈະມາແນະນໍາວິທີເຮັດພັນປາແຊບໆ ແລະ ເຄື່ອງຄຽງສົດໃໝ່ຈາກສວນ

ສ່ວນປະສົມ:

  • ປານິນ 1-2 ໂຕ
  • ເກືອ 1 ຖ້ວຍແຈ່ວ
  • ຫົວສີໃຄ 2-3 ຫົວ
  • ຜັກສະລັດ ຫຼື ໃບອີເລີດ ຕາມຕ້ອງການ
  • ຫອມລາບ, ຫອມປ້ອມ, ຫອມບົ່ວໃບ, ຜັກຊີ, ຜັກບົວລະພາ
  • ໝາກເລັ່ນ
  • ຂ່າ
  • ໝາກຖົ່ວດິນ
  • ໝາກແຕງ

ວິທີປຸງແຕ່ງ:

  1. ນໍາເອົາປາໄປລ້າງນໍ້າໃຫ້ສະອາດ ຈາກນັ້ນທາເກືອໃສ່ແລ້ວນໍາໄປປີ້ງໃຫ້ສຸກ
  2. ນໍາເອົາເຄື່ອງຄຽງໄປລ້າງນໍ້າໃຫ້ສະອາດ ແລະ ຊອຍເປັນຕ່ອນນ້ອຍຕາມໃຈມັກ
  3. ນໍາໄປຈັດຈານໄວ້ໃຫ້ເປັນລະບຽບ
  4. ນໍາເອົາເຂົ້າປຸ້ນທີ່ກຽມໄວ້ມາຕັດໃຫ້ສັ້ນ ເພື່ອຄວາມສະດວກໃນເວລານໍາມາພັນ

ວິທີເຮັດແຈ່ວສົ້ມ: 

ສ່ວນປະສົມ

  • ໝາກເຜັດດິບ 3-5 ໜ່ວຍນ້ອຍ
  • ກະທຽມ 1 ຫົວ (ແກະເປືອກອອກໃຫ້ໝົດ)
  • ແປ້ງນົວ 1 ບ່ວງກາເຟ
  • ນໍ້າຕານ 1 ບ່ວງກາເຟ
  • ນ້ຳປາ 1 ບ່ວງກາເຟ
  • ໝາກນາວ 1 ບ່ວງແກງ

ວິທີປຸງແຕ່ງ
1.  ຕຳກະທຽມ, ໝາກເຜັດດິບ, ໃສ່ແປ້ງນົວ, ເກືອ, ນໍ້າຕານ ໃຫ້ລະອຽດ
3.  ຈາກນັ້ນຕື່ມນໍ້າປາ ແລະ ນໍ້າໝາກນາວໃສ່
4.  ຄົນຈົນເຂົ້າກັນແລ້ວຊິມເບິ່ງ ຖ້າໄດ້ລົດຊາດຕາມທີ່ຕ້ອງການແລ້ວຕັກໃສ່ຖ້ວຍ.

Share

Related Species

Recent Stories