ຄວາມແທດເໝາະຂອງແນວພັນພືດອາຫານສັດຢູ່ໃນເຂດພາກໃຕ້ແຂວງໃຊຍະບູລີ

ບັນດາລະບົບການລ້ຽງສັດ ແບບກະແຈກກະຈາຍ ເຫຼົ່ານີ້ແມ່ນໄດ້ຖືກກຳນົດດ້ວຍມູນຄ່າ ໃນການລົງທຶນ ແລະ ຂອບເຂດຈຳກັດ ຂອງການດຳເນີນງານ. ແຫຼ່ງພືດອາຫານສັດ ສ່ວນໃຫຍ່ແມ່ນໄດ້ມາຈາກ ທົ່ງຫຍ້າທຳມະຊາດ ແລະ ເຟືອງເຂົ້າ. ໄດ້ມີຄວາມພະຍາຍາມປັບປຸງແນວພັນສັດດ້ວຍການ ທຳການປະສົມພັນລະຫວ່າງແມ່ພັນພັນພື້ນເມືອງ ແລະ ພໍ່ພັນບຣາມັນຈາກປະເທດໄທ. ທົ່ງຫຍ້າທຳມະຊາດໄດ້ເກີດມີຄວາມເຊື່ອມໂຊມລົງເທື່ອລະກ້າວ: ດິນແໜ້ນເນື່ອງຈາກ ຈຳນວນສັດລ້ຽງມີເກີນຂອບເຂດ, ຄຸນນະພາບ ແລະ ປະລິມານຂອງແຫຼ່ງພືດອາຫານສັດ (ຫຍ້າ Chrysopogon aciulatus, Imperata cylindrica) ໄດ້ຫຼຸດຜ່ອນລົງ. ຕໍ່ບັນຫາດັ່ງກ່າວນີ້, ຜູ້ລ້ຽງສັດຈຳນວນຫຼາຍ ໄດ້ສະແດງຄວາມສະມັກໃຈຂອງເຂົາເຈົ້າ ອອກມາຢ່າງຈະແຈ້ງທີ່ຢາກປັບປຸງ ແຫຼ່ງພືດ ອາຫານສັດເຫຼົ່ານີ້ ໂດຍໄດ້ພາກັນທົດລອງ ທຳການປູກຫຍ້າລ້ຽງສັດ ຄັ້ງທຳອິດ.

ການປູກເຫັດເຟືອງ ແລະ ເຫັດນາງລົມ

ເຫັດ: ເມື່ອເວົ້າເຖິງເຫັດທຸກຄົນ ຄົງຈະຮູ້ດີສາມາດຄິດເຫັນໄດ້, ເຫັດສາມາດເກີດຕາມທຳມະຊາດ ໂດຍສະເພາະຢ່າງຍິ່ງຕອນຕົ້ນລະດູຝົນ, ອາກາດອົບເອົ້າ, ເຫັດທຳມະຊາດມັກເກີດຕາມປ່າ, ດິນທີ່ມີຈອມປວກເປັນຕົ້ນ ເຫັດຕີນແຮດ, ສວ່ນເຫັດເຟືອງ ທີ່ເກີດຕາມທົ່ງນາ ຕາມເຫງົ້າຕົນກວ້ຍຕາຍ ແລະ ຕາມກອງເຟືອງ. ເຫັດ ມີຄຸນຄ່າທາງດ້ານອາຫານສູງ ມີລົດຊາດແຊບດີ ປະກອບດວ້ຍທາດຕາງໆດັ່ງນີ້: ທາດໂປຣຕິນ,ຄາໂບໄຮເດຣດ,ວິຕາມິນແລະແຮ່ທາດອື່ນໆ,ໃນສະໄຫມບູຮານ ມີຜູ້ໃຊ້ເຫັດປຸງແຕ່ງ ເປັນຢາປົວ ພະຍາດບາງຊະນິດ

ປື້ມຄູ່ມື ສຳລັບການພັດທະນາປ່າໄມ້ແບບຍືນຍົງ (HANDBOOK FOR SUSTAINABLE FORESTRY DEVELOPMENT)

ເພື່ອຍູ້ແຮງວຽກງານການປູກໄມ້ ແລະ ຟື້ນຟູປ່າໄມ້ ໃຫ້ປະສົບຜົນສໍາເລັດຢ່າງເປັນຮູບປະທຳເຫັນວ່າມີ ຄວາມຈຳເປັນຢ່າງຍິ່ງ ທີ່ຕ້ອງໄດ້ມີບົດຮຽນດ້ານເຕັກນິກວິທະຍາການ ແລະ ນະວັດຕະກຳທີ່ກ່ຽວຂ້ອງ ເປັນ ພື້ນຖານນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ. ປື້ມຄູ່ມືນີ້ ໄດ້ຖືກພັດທະນາມາຈາກການຮວບຮວມເອົາຄວາມຮູ້ ທາງດ້ານວິທະຍາສາດ ປະສົມປະສານກັບປະສົບການປະຕິບັດຕົວຈິງ, ການສໍາຫຼວດພູມປັນຍາຈາກບັນດາ ທ່ານຜູ້ຊຳນານ ແລະ ບົດຮຽນຈາກໂຄງການທີ່ກ່ຽວຂ້ອງຕ່າງໆ ໃນທົ່ວປະເທດ ກ່ຽວຂ້ອງກັບການຜະລິດ ແນວພັນໄມ້, ວິທີການຂະຫຍາຍພັນ, ການກ້າເບ້ຍ ແລະ ການຜະລິດເບ້ຍໄມ້ທີ່ໄດ້ມາດຕະຖານ. ສະນັ້ນ, ປື້ມຄູ່ມື ເຕັກນິກການຜະລິດແນວພັນໄມ້ ແລະ ການກ້າເບ້ຍໄມ້ ຢູ່ໃນ ສປປ ລາວ ສະບັນນີ້ ຈະເປັນເຄື່ອງມື ທີ່ສໍາຄັນ ໃນການຜະລິດແນວພັນໄມ້ ແລະ ເບ້ຍໄມ້ທີ່ມີຄຸນນະພາບສູງປະກອບສ່ວນໃນການບັນລຸເປົ້າໝາຍ ຍຸດທະສາດທີ່ໄດ້ວາງອອກ.

ການປູກໝາກນັດ

ປື້ມເຫລັ້ມນີ້ເປັນຜົນງານການຂຽນຂອງຄູອາຈານ ແລະຊາວບ້ານ ບ້ານດອນ, ເມືອງເຟືອງ, ແຂວງວຽງຈັນ ຊຶ່ງເປັນການຮີບໂຮມປະສົບການໃນການດໍາລົງຊີວິດແບບ ເພິ່ງຕົນເອງ, ກຸ້ມຕົນເອງໂດຍອາໄສທ ຳມະຊາດ, ສິ່ງ ແວດລ້ອມອ້ອມຕົວແບບດັ້ງເດີມຕັ້ງແຕ່ດົນນານຈົນເຖິງ ປະຈຸບັນນີ້. ປຶ້ມເຫລັ້ມນີ້ເປັນບ່ອນອີງໃຫ້ແກ່ຄູໃນການສຶກສາ ແນວຄວາມຄິດຮັກທ ຳມະຊາດ, ຮັກພູມປັນຍາກໍຄືວິຖີຊີ ວິດທ້ອງຖິ່ນໃຫ້ແກ່ເດັກເພື່ອສ້າງ:ແນວຄິດຮັກທ້ອງຖິ່ນ ຂອງຕົນ. ຄະນະຈັດທໍາຄິດວ່າປື້ມເຫລັ້ມນີ້ເຊິ່ງເປັນສະບັບ ທົດລອງໃຊ້ຄົງເປັນປະໂຫຍດ ບໍ່ຫລາຍກໍໜ້ອຍໃຫ້ແກ່ຄູ ອາຈານໃນການສິດສອນເດັກແລະຄິດວ່າຍັງມີຫລາຍສິ່ງ ຫລາຍຢ່າງທີ່ຍັງຂາດຕົກບົກພ່ອງທີ່ພ້ອມຈະປັບປຸງປ່ຽນ ແປງຕາມຄວາມເໝາະສົມ

ພຶດເສດຖະກິດຂອງເຂດພູດອຍ:ບົດຮຽນກ່ຽວກັບໝາກແໜ່ງ

ປະຊາຊົນຊາວຊົນນະບົດ, ໂດຍສະເພາະກໍ່ແມ່ນປະຊາຊົນຊາວຊົນນະບົດຢູ່ລາວ, ໄດ້ຖືກກ່າວຫາມາຕະຫລອດ ວ່າ ລາຍສະພາບຄວາມອຸດົມສົມບູນຂອງປ່າໄມ້ເຂດຮ້ອນ. ແຜນການໃນການຫັນປ່ຽນຈາກຮູບແບບການຜລິດ ໂດຍວິທີການຖາງປ່າເຮັດ ໄຮ່ ໄປສູ່ຮູບແບບການຜລິດພືດໃຫ້ເປັນສິນຄ້າ ທີ່ຖືວ່າເປັນທາງອອກທີ່ດີໃນການປົກປັກຮັກສາສະພາບແວດລ້ອມຂອງປ່າໄມ້ ແລະ ທັງ ເປັນການຍົກສູງລາຍຮັບຂອງປະຊາຊົນຊາວຊົນນະ ບົດນັ້ນ ໃນໄລຍະຫລັງໆຜ່ານມານີ້ ມີແຜນການດັ່ງກ່າວຫລາຍອັນກໍ່ບໍ່ໄດ້ຕາມ ລະດັບຄາດໝາຍ ຫລື ບາງອັນກໍ່ມີຄວາມຫລົ້ມເຫລວ.

ການປູກຢ່າງພາລາ

ໂຄງການຄົ້ນຄ້ວາປະເມີນຜົນທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຈາກໂຄງການປູກໄມ້ອຸດສະ ຫະກ ຳເປັນສິນຄ້ານີ້, ເປັນການຮ່ວມມືລະຫວ່າງ ສູນຄົ້ນຄ້ວາ ແລະຂໍ້ມູນຂ່າວສານທີ່ດິນ ແລະຊັບພະຍາກອນ ທ ຳມະຊາດ, ອົງການຄຸ້ມຄອງທີ່ດິນແຫ່ງຊາດ, ສ ຳນັກງານນາຍົກລັດຖະມົນຕີ ກັບມູນນິທິຟື້ນຟູຊີວິດ ແລະທ ຳ ມະຊາດ ກຸງເທບ ແລະຄະນະສັງຄົມສາດ, ມະຫາວິທະຍາໄລຊຽງໃໝ່ ປະເທດໄທ, ໂດຍປະຕິບັດຕາມຂໍ້ຕົກລົງ ແຕ່ງຕັ້ງ ຄະນະຮັບຜິດຊອບໂຄງການ ຂອງລັດຖະມົນຕີ ປະຈ ຳສ ຳນັກງານນາຍົກລັດຖະມົນຕີ, ຫົວໜ້າອົງການ ຄຸ້ມຄອງທີ່ດິນແຫ່ງຊາດ, ສະບັບເລກທີ 803/ ສນຍ.ອຄດຊ, ລົງວັນທີ 28 ກັນຍາ 2007, ວ່າດ້ວຍການແຕ່ງ ຕັ້ງພະນັກງານ, ລົງເຄື່ອນໄຫວເກັບກ ຳຂໍ້ມູນປະເມີນຜົນທາງດ້ານເສດຖະກິດ-ສັງຄົມ ແລະສິ່ງແວດລ້ອມ, ຈາກ ໂຄງການປູກໄມ້ອຸດສະຫະກ ຳເປັນສິນຄ້າ ຢູ່ແຂວງຈ ຳປາສັກ ແລະແຂວງສາລະວັນ. ເປົ້າໝາຍເພື່ອປະເມີນຜົນ ກະທົບ ທາງດ້ານເສດຖະກິດ-ສັງຄົມ ແລະສິ່ງແວດລ້ອມຈາກການສ ຳປະທານທີ່ດິນ […]

ການປູກຕົ້ນມອນ ແລະ ການຕັດແຕ່ງຕົ້ນມອນ

ກໍລະນີສຶກສາຄັ້ງນີ້ ໄດ້ດໍາເນີນຮ່ວມກັນ ໂດຍ ໂຄງການຍ່ອຍ ດ້ານການສົ່ງເສີມ / ການຄົ້ນຄວ້າ ລະບົບການປູກ ຝັງ ແລະ ໂຄງການຍ່ອຍ ເສດຖະກິດ-ສັງຄົມ ເພື່ອສ້າງເປັນເອກກະສານ, ຕີລາຄາ ແລະ ຖອດຖອນບົດຮຽນ ຈາກປະສົບການ ກ່ຽວກັບການສົ່ງເສີມ ປູກຖົ່ວເຫຼືອງ ເພື່ອເປັນສີນຄ້າ ໃນເມືອງຊຽງເງີນ, ແຂວງຫຼວງພະ ບາງ. ບົດຮຽນທີ່ ຖອດຖອນມາໄດ້ ຈະໄດ້ນໍາເອົາໄປ ທົດລອງ ສຶກສາ-ປຽບທຽບ ຢູ່ໃນພາກສະໜາມ ໂດຍ ໂຄງ ການ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ເຂດພູດອຍ ຮ່ວມມື ລາວ-ຊູແອດ ໃນຮູບແບບການປູກ ແບບປະສົມ-ປະ ສານກັບສາລີ ແລະ ຊົ່ວເຫຼືອງ.

ການປູກເຂົ້າອິນຊີ ເຂດເມືອງ ສັງທອງ ນະຄອນຫຼວງ

ເນື່ອງຈາກຜູ້ບໍລິໂພກ ມີຄວາມຕື່ນຕົວໃນເລື່ອງານເຄມີຕົກຄ້າງ ໃນພືດຜັກ, ໝາກໄມ້ ແລະ ອາຫານຈຶ່ງເຮັດໃຫ້ມີຄວາມສົນໃຈຕໍ່ອາຫານປອດສານພິດ. ດັ່ງນັ້ນ, ພືດ, ຜັກ,ໝາກໄມ້ ທີ່ປອດສານພິດຈຶ່ງເປັນທີ່ນິນົມກັນຫຼາຍ ບັນດາຜູ້ຜະລິດ ຈຶ່ງໄດ້ໃຫ້ຄວາມສົນໃຈໃນການເຮັດ ກະສິກ ຳປອດສານພິດ (ກະສິກ ຳອິນຊີ) ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ຍັງເປັນການລົດຄ່າໃຊ້ຈ່າຍ ບາງສ່ວນ ໃນການຜະລິດກະສິກ ຳ, ຊ່ວຍຟື້ນຟູລະບົບນິເວດ ແລະ ສະພາບແວດລ້ອມບໍລິເວນດັ່ງກ່າວ ແລະ ໃກ້ຄຽງ ໃຫ້ກັບມາອຸດົມສົມບູນ ເຮັດໃຫ້ຜົນຜະລິດດີຂຶ້ນ ທັງປະລິມານ ແລະ ຄຸນະພາບໃນໄລຍະຍາວ, ສົ່ງຜົນດີຕໍ່ຜູ້ ບໍລິໂພກ, ຜູ້ຜະລິດ ແລະ ສິ່ງແວດລ້ອມ.