ຂໍ້ຕົກລົງ ວ່າດ້ວຍ ການກຳນົດບັນຊີໄມ້ I, II ແລະ III.

– ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ເລກທີ່ 46/ສພຊ, ລົງວັນທີ່ 13 ມິຖຸນາ 2019; – ອີງຕາມ ດຳລັດ ຂອງນາຍຍົກລັດທະມົນຕີ ເລກທີ່ 99/ນຍ, ລົງວັນທີ່ 09 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້; – ອີງຕາມ ໜັງສືສະເໜີ ຂອງກົມປ່າໄມ້ ເລກທີ 1743/ກປມ, ລົງວັນທີ່ 18 ມີນາ 2021; – ອີງຕາມການຄົ້ນຄວ້າ ແລະ ການສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 0199/ກບນ, ລົງວັນທີ່ 25 ມີນາ 2021.

ແຜນທີ່ກະສິກຳ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ຍາມໃດກໍ ຮັບຮູ້ເຖິງຄວາມສໍາຄັນທີ່ໃຫຍຫຼວງ ຂອງທາແຮງການພັດທະນາດານກະສິກໍາຂອງປະເທດຢູ່ສະເໝີ. ທັງນີ້ ກໍເນື່ອງຈາກວາ ຂະແໜງການກະສິກໍາ ໄດ້ປະກອບສ່ວນຢາງແຂງແຮງໃຫ້ແກ່ການເຕີບໂຕຂອງຊາດ, ແລະ ເປັນເສັ້ນທາງທີ່ເຕັມໄປດ້ວຍຄວາມຫວັງ ໃນການນໍາພາປະເທດຊາດ ໃຫ້ຫຼດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ເຊິ່ງເປັນຜົນງານທີ່ຢັ້ງຢືນເຖິງການຊີ້ນໍາອັນສະຫຼາດສອງໃສຂອງບັນດາຜູ່ນຳປະເທດ.

ແຜ່ນດຳເນີນງານແຫ່ງຊາດວ່າດ້ວຍຫວາຍ ແລະ ໄມ້ປ໋ອງແບບຢືນຍົງ (0202-0202) (National Action Plan for Sustainable Rattan and Bamboo(2021-2025))

ຂໍ້ຕົກລົງວ່າດ້ວຍຮັບຮອງເອົາ ແຜ່ນດຳເນີນແຫ່ງຊາດ ວ່າດ້ວຍຫວາຍ ແລະ ໄມ້ປ່ອງແບບຢືນຍົງ (2021-2025) – ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ສະບັບ ເລກທີ່ 364/ສພຊ, ລົງວັນທີ່ 13 ມິຖຸນາ 2019 – ອີງຕາມ ດຳລັດຂອງນາຍຍົກລັດທະມົນຕີ ວ່າດ້ວຍການເຄື່ອນໄຫວຂອງກະຊວງກະຊິກຳ ແລະ ປ່າໄມ້ສະບັບເລກທີ່ 99/ນຍ, ລັງວັນທີ່ 17 ມີນາ 2017 – ອີງຕາມ ການສະເໜີຂອງກົນະໂຍບາຍ ແລະ ນິຕິກຳ ສະບັບເລກທີ່369/ກບນ,​ ລົງວັນທີ່6 ພຶດສະພາ 2021.

ຫຼັກສູດທ້ອງຖິ່ນ ເລື່ອງ: ບັນຫາຂອງຊີວະນາໆພັນໃນທ້ອງຖິ່ນ. ສຳລັບຂັ້ນມັດທະຍົມສາມັນສຶກສາ ມ.1-3.

ຫຼັກສູດທ້ອງຖິ່ນເຫຼັ້ມນີ້ສ້າງຂື້ນເພື່ອຈັດການຮຽນຮູ້ປະສົມປະສານກັບຫຼັກສູດສ່ວນກາງໃນວິຊາ: ໂລກອ້ອມຕົວເຮົາ, ພາສາລາວ, ວິຊາເຕັກໂນ ແລະ ວິຊາສີລະປະກຳເຫຼົ່ານີ້ເປັນຕົ້ນ. ທັງໝົດນີ້ກໍ່ຢູ່ໃນກອບຈຳນວນຊົ່ວໂມງຮຽນທີ່ກະຊວງສຶກສາທິການ ແລະ ກິລາວາງອອກ, ທັງນີ້ກໍ່ເພື່ອເຮັດໃຫ້ເນື້ອໃນການຮຽນ-ການສອນມີຄວາມສອດຄ່ອງ ແລະ ຕອງສະໜອງຕາມຄວາມຕ້ອງການຂອງທ້ອງຖິ່ນ.

ການຄຸ້ມຄອງວັງສະຫງວນ ໃນແຂວງ ຊຽງຂວາງ

ວັງສະຫງວນ ເປັນແຫລ່ງຜະລິດ ແລະ ສະຫນອງອາຫານໃຫ້ແກ່ປະຊາຊົນບັນດາເຜົ່າ ດັ່ງນັ້ນ, ໃນແຕ່ລະບ້ານ ທີ່ຕັ້ງຢູ່ລຽບຕາມແມ່ນໍ້າ ສາຍຕ່າງໆ ຈຶ່ງໄດ້ພ້ອມກັນ ສ້າງຕັ້ງວັງສະຫງວນອະນຸລັກປ່າທຳມະຊາດ ເພື່ອເປັນແຫລ່ງເພາະພັນ ຂະຫຍາຍພັນປາຊະນິດຕ່າງໆ ທີ່ຕິດພັນກັບການດຳລົງຊີວິດການເປັນຢູ່ປະຈຳວັນ ຂອງປະຊາຊົນບັນດາເຜົ່າ.

ປ້າຍທີ່ຕິດຕັ້ງສະແດງໃຫ້ຂອບເຂດ ແລະ ເນື້ອທີ່ວັງສະຫງວນປີ 2017 ແລະ ປັບປຸງໃໝ່ປີ 2019

ກົດລະບຽບ ສິ່ງທີ່ຫ້າມໃນວັງສະຫງວນ: 1. ຫ້າມຫາປາທຸກຮູບແບບໃນວັງສະຫງວນ. 2. ຫ້າມຖິ້ມສິ່ງເສດເຫຼືອ, ນ້ຳເປື້ອນ ຫຼື ສານເຄມີລົງໃນຂອບເຂດວັງສະຫງວນ. 3. ຫ້າມຕັດໄມ້ທຳລາຍປ່າໃນວັງສະຫງວນ.

ແຈ້ງການ: ງານເທດສະການບຸນເຂົ້າໄກ່ນ້ອຍທີ່ ແຂວງ ຊຽງຂວາງ.

ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງພະແນກກະຊິກຳ ແລະ ປ່າໄມ້ ແຂວງ ຊຽງຂວາງ, ສະບັບເລກທີ່ 552/ຊຂ; ຊຽງຂວາງ, ວັນທີ່03 ສິງຫາ 2022 ອີງຕາມ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຈັດງານເທດສະການບຸນເຂົ້າໄກ່ນ້ອຍ ແລະ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ແຂວງ ຊຽງຂວາງ,​ ສະບັບເລກທີ 839/ຊຂ; ວັນທີ່ 31 ຕຸລາ 2024.

ຂໍໍ້ຕົກລົງວ່າດ້ວຍ ການຮັບຮອງເອົາບັນຊີ ສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງ ຫຼື ບັນຊີ II. ສະບັບເລກທີ 08/ນຍ; ນະຄອນຫຼວງວຽງຈັນລົງວັນທີ 25/02/2021

ມາດຕາ 1: ຮັບຮອງເອົາບັນຊີ ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງ ຫຼື ບັນຊີ II ດັ່ງນີ້: ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫຼື ບັນຊີ I ປະກອບດ້ວຍ 165 ຊະນິດ, ໃນນີ້ ສັດລ້ຽງລູກ ດ້ວຍນໍ້ານົມ 79 ຊະນິດ, ສັດເລືອຄານ 22 ຊະນິດ, ສັດປີກ 52 ຊະນິດ, ສັດນໍ້າ 10 ຊະນິດ ແລະ ສັດເຄິ່ງບົກ-ເຄິ່ງນໍ້າ 02 ຊະນິດ ຊຶ່ງມີ ຊື່ເປັນພາສາລາວ, ຊື່ພາສາຕ່າງປະເທດ, ຊື່ວິທະຍາສາດ ແລະ ຮູບພາບ ສັດນໍ້າ ແລະ ສັດປ່າ ປະເພດຄຸ້ມຄອງ ຫຼື […]

ການຊຸກຍູ້ການລົງທຶນໃນຂະແໜງກະສິກຳ ແລະ ລະບົບສະບຽງອາຫານ ແບບມີຄວາມຮັບຜິດຊອບໃນ ສປປ ລາວ

ເປັນຫຍັງ ການລົງທຶນໃນຂະແໜງກະສິກຳ ແລະ ລະບົບສະບຽງອາຫານ ແບບມີຄວາມຮັບຜິດຊອບ ຈຶ່ງສຳຄັນຢູ່ໃນ ສປປ ລາວ? ປະສົບການ ແລະ ເລື່ອງເລົ່າຄວາມສຳເລັດຈາກພະນັກງານລັດ