TABI
ໄຄເປັນອາຫານທີ່ສຳຄັນຂອງຄົນ ແລະ ສັດກິນພືດໃຫຍ່-ນ້ອຍ, ລວມໄປເຖິງຈຸລິນຊີທີ່ມີໜ້າທີ່ຍ່ອຍສະຫລາຍສິ່ງມີຊີວິດທີ່ຕາຍລົງ, ດັ່ງນັ້ນແລ້ວໄຄຈຶ່ງມີຄວາມສໍາຄັນຕໍ່ຕ່ອງໂສ້ອາຫານ ແລະ ຕໍ່ລະບົບນິເວດວິທະຍາ. ໄຄດິບພົບວ່າໄຄມີສານອາຫານເປັນປະໂຫຍດຕໍ່ຮ່າງກາຍໃນປະລິມານສູງ ເຊັ່ນ ມີປະລິມານທາດໂປຼຕີນສູງຄືກັບທີ່ພົບໃນປານໍ້າຈືດ, ລວມເຖິງມີເສັ້ນໃຍອາຫານ, ວິຕາມິນ ແລະ ແຮ່ທາດຫຼາຍຄືກັບຜັກໃບຂຽວ. ໄຄແຕ່ລະສາຍພັນມີຊື່ເອີ້ນຕ່າງກັນອີງຕາມທ້ອງຖິ່ນແຕ່ໂດຍລວມແລ້ວເປັນການເອີ້ນຊື່ອີງຕາມລັກສະນະທາງກາຍະພາບ ເຊັ່ນ ໄຄໝື່ນ, ໄຄຊາ, ໄຄໄໝ ເປັນຕົ້ນ. ການໄຫຼຂອງນໍ້າ, ອຸນຫະພູມ ແລະ ຄວາມຂຸ່ນຂອງນໍ້າມີຜົນຕໍ່ການຈະເລີນເຕີບໂຕຂອງໄຄຫຼາຍກ່ວາປັດໄຈທາງເຄມີ.
Topics:
ການເຂົ້າເຖິງຕະຫຼາດ ແລະ ມູນຄ່າເພີ່ມຂອງຜະລິດຕະພັນກະສິກຳ

Types:
ແຜ່ນພັບ, ໃບປິວ ແລະ ໂພສເຕີ

published in 2020, ລາວ language

Image