ພູເຂົາທອງ ສີໄກສອນ
ບົ້ງຝູງສາລີ (Fall armyworm), ຊຶ່ງມີຊີ່ວິທະຍາສາດວ່າ Spodoptera frugiperda (J.E.Smith) ເປັນແມງໄມ້ສັດຕູພືດທີ່ຮ້າຍແຮງຂອງສາລີ ແລະ ກິນພືດອາຫານສໍາຮອງຫຼາຍກ່ວາ 80 ຊະນິດ ເຊັ່ນ: ເຂົ້າ, ອ້ອຍ, ພືດຕະກຸນຜັກທັງໝົດ, ພືດຕະກຸນໄມ້ດອກໄມ້ປະດັບ. ບົ້ງຝູງສາລີ ມີຖິ່ນກໍາເນີດໃນພື້ນທີ່ເຂດຮ້ອນ ຂອງອາເມລິກາໃຕ້ ແລະ ທາງທິດໃຕ້ຂອງທະວີບາເມລິກາ, ໃນປີ 2018 ໄດ້ພົບການລະບາດເຂົ້າມາຍັງທະວີບອາຊີ ໂດຍເລີ່ມພົບການລະບາດຄັ້ງທໍາອິດທີ່ ປະເທດ ອິນເດຍ ແລະ ໃນຊ່ວງປາຍປີ 2018 ຈື່ງແຜ່ລາມມາຍັງປະເທດມຽນມ້າ, ປະເທດໄທ ແລະ ແຜ່ລາມເຂົ້າສູ່ປະເທດ ສປປ ລາວ ໃນປີດຽວກັນ. ຮອດປີ 2021 ພົບບົ້ງຝູງໃນທຸກແຂວງທີ່ປູກສາລີ ໃນປະກັນພືດ, 2021
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ແຜ່ນພັບ, ໃບປິວ ແລະ ໂພສເຕີ

published in 2022, ລາວ language

Image