ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ເຄືອຂ່າຍຊາວກະສິກ
ແນວພັນຖົ່ວເຫຼືອງ ນາພອກ 1 (Naphok 1) ແມ່ນໄດ້ຈາກການປະສົມ ພັນຂອງ ຖົ່ວເຫຼືອງພັນ DT12 (ປະເທດຫວຽດນາມ) ແລະ SJ5 ຫຼື ສຈ 5 (ປະເທດໄທ) ໃນປີ 2007 ແລະ ສືບຕໍ່ຄັດເລືອກຈົນໃຫ້ມີຄວາມຄົງ ຕົວໃນລຸ້ນ F10 ຈາກທັງໝົດ 10 ສາຍພັນຖືກທົດສອບໃນພື້ນທີ່ຂອງ ຊາວກະສິກອນ ເຊັ່ນ: ເມືອງບາຈຽງຈະເລີນສຸກ ຈາກແຂວງຈຳປາສັກ, ເມືອງຊຽງເງິນ ແຂວງຫຼວງພະບາງ, ເມືອງຮຸນ ແຂວງອຸດົມໄຊ ເຫັນວ່າ ມີ 1 ສາຍພັນຄື ສາຍພັນ ARC2007-P3-13-1 (ນາພອກ 1) ໄດ້ໃຫ້ ຜົນຜະລິດດີທີ່ສຸດ, ປັບຕົວໄດ້ດີໃນຫລາຍສະພາບແວດລ້ອມ ແລະ ຫລາຍ ສະພາບດີນ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ແຜ່ນພັບ, ໃບປິວ ແລະ ໂພສເຕີ
published in 2023, ລາວ language



