AFD, cirad, DaLAM
ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປ ປ ລາວ) ມີເຈດ ຈຳນົງ ແລະ ໄດ້ກຳນົດຄາດໝາຍສູ້ຊົນ ເພື່ອລຶບລ້າງຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ແລະ ປົດປ່ອຍປະເທດຊາດຂອງຕົນ ອອກຈາກກຸ່ມປະເທດດ້ອຍພັດທະນາ ໃຫ້ໄດ້ໃນປີ 2024 ວຽກງານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແມ່ນສ່ວນໜຶ່ງ ຂອງຍຸດທະສາດຂອງ ກະຊວງກະສິກຳ ແລະ ປ່າໄມ້, ເພື່ອແນໃສ່ຕອບສະໜອງເປົ້າໝາຍ ການຄໍ້າປະກັນທາງດ້ານ ສະບຽງອາຫານ ແລະ ຜະລິດກະສິກຳເປັນສິນຄ້າ ເວົ້າລວມ ເວົ້າສະເພາະວຽກ ການນໍາໃຊ້ດິນ ເພື່ອການປູກພືດ ສະບຽງອາຫານ ແລະ ພືດເສດຖະກິດ ທີ່ມີຊາວກະສິກອນ ຫຼາຍກວ່າ 80% ຂອງຊາວກະສິກອນ ກຳລັງປະຕິບັດຢູ່ນັ້ນ ໃຫ້ໄດ້ນໍາໃຊ້ເຕັກກະສິກຳ ທີສາມາດປັບຕົວໄປຕາມ ດິນຟ້າອາກາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍໃຫ້ມີຄວາມຍືນຍົງ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ປຶ້ມ

published in 2019, ລາວ language

Image