ລາວທ່າວ ຢົວະບີ
ມັນຕົ້ນເປັນພືດທີ່ຊາວກະສິກອນລາວບັນດາເຜົ່າໄດ້ປູກ ແລະ ນໍາໃຊ້ມາເປັນເວລາດົນນານ ເປັນພືດທີ່ມີຄວາມສໍາຄັນໃນການຄໍ້າປະກັນສະບຽງອາຫານໃຫ້ແກ່ຊາວກະສິກອນທີ່ອາໃສຢູ່ ຊົນນະບົດ, ພິເສດແມ່ນຊ່ວງເວລາທີ່ຂາດເຂົ້າກິນ. ນອກຈາກນັ້ນມັນຕົ້ນກໍຍັງເປັນສ່ວນປະກອບສໍາ ຄັນ ສໍາລັບອາຫານສັດຢູ່ໃນລະບົບການລ້ຽງສັດຂອງຊາວກະສິກອນນໍາ ແຕ່ແນວພັນທີ່ຊາວກະສິ ກອນປູກແມ່ນພັນພື້ນເມືອງຜົນຜະລິດຕໍ່າ. ໃນປະຈຸບັນ, ມັນຕົ້ນໄດ້ກາຍມາເປັນພືດເສດຖະກິດ ແລະ ມີຊາວກະສິກອນຫັນມາປູກເປັນສິນຄ້າ ເພື່ອສົ່ງຂາຍໃຫ້ຜູ້ປະກອບການທີ່ມີຢາຍຢູ່ທົ່ວປະເທດ ໂດຍ ນໍາໃຊ້ແນວພັນປັບປຸງໃໝ່ຈາກປະເທດໃກ້ຄຽງ. ການປູກມັນຕົ້ນຂອງຊາວກະສິກອນຢູ່ລາວຍັງມີທ່າ ອ່ຽງເພີ່ມຂຶ້ນໃນແຕ່ລະປີ. ໃນປີ 2010 ເນື້ອທີ່ປູກມັນຕົ້ນໃນທົ່ວປະເທດແມ່ນ 19,940 ເຮັກຕາ, ມາ ຮອດປີ 2017 ເນື້ອທີ່ປູກມັນຕົ້ນໃນທົ່ວປະເທດເພີ່ມຂຶ້ນເປັນ 75,010 ເຮັກຕາ. ເຖິງຢ່າງໃດກໍຕາມ ມັນຕົ້ນກໍຍັງຖືວ່າເປັນພືເສດຖະກິດຊະນິດໃໝ່ ແລະ ຊາວກະສິກອນຍັງຂາດຄວາມຮູ້ດ້ານເຕັກນິກ ກ່ຽວກັບລະບົບການປູກມັນຕົ້ນແບບຍືນຍົງ, ສ່ວນຫຼາຍຍັງປູກແບບອາໃສທຳມະຊາດ, ບໍ່ມີການຈັດ ການທີ່ເໝາະສົມກ່ຽວກັບບັນຫາຕ່າງໆທີ່ເກີດຂຶ້ນກັບມັນຕົ້ນ ແລະ ພື້ນທີ່ການຜະລິດ ເພື່ອໃຫ້ໄດ້ຮັບ ຜົນສູງສຸດ.
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ຄູ່ມື
published in 2019, ລາວ language



