ສີວຽງແຂກ ພົມມະລາດ, ກອງມີ ສີມຸກດາ, ຄຳຜັ່ນ ປຸນພະມີ
ຖົ່ວເຫຼືອງ (Glycine max (L.) Merr.) ແມ່ນພືດຕະກູນຖົ່ວຊະນິດໜຶ່ງ ທີ່ມີຄຸນຄ່າທາງດ້ານ ໂພຊະນະການສູງ ແລະ ເປັນແຫຼ່ງອາຫານທີ່ສໍາຄັນ. ແຂວງຈຳປາສັກ ແມ່ນແຂວງທີ່ຜະລິດຖົ່ວເຫຼືອງ ຫຼາຍທີ່ສຸດໃນປະເທດລາວ ໂດຍສະເພາະ ເມືອງບາຈຽງຈະເລີນສຸກ ແຕ່ຜົນຜະລິດຂອງຖົ່ວເຫຼືອງໃນເຂດ ນີ້ຍັງຖືວ່າຢູ່ໃນເກນທີ່ຕໍ່າ ດັ່ງນັ້ນ ເພື່ອເພີ້ມສະມັດຕະພາບຜົນຜະລິດ ການຄັດເລືອກພັນທີ່ເໝາະສົມ ກັບທ້ອງຖີ່ນຈື່ງມີຄວາມສໍາຄັນ. ຈາກການສະໜັບສະໜູນ ຂອງກອງທຶນຄົ້ນຄວ້າກະສິກ ຳ ແລະ ປ່າໄມ້ ລາວ (LARF-10) ຈື່ງໄດ້ນໍາສາຍພັນຖົ່ວເຫຼືອງ ຈຳນວນ 10 ສາຍພັນ ແລະ ແນວພັນການຄ້າ 8 ແນວພັນ ເພື່ອປຽບທຽບຜົນຜະລິດ ກັບພັນພື້ນເມືອງ ໂດຍມີຈຸດປະສົງເພື່ອ ສຶກສາຜົນຜະລິດ ແລະ ຄັດເລືອກ ແນວພັນທີ່ສາມາດປັບຕົວ ແລະ ໃຫ້ຜົນຜະລິດສູງ ໃນສະພາບແວດລ້ອມຂອງເມືອງບາຈຽງຈະເລີນສຸກ. ການທົດລອງໄດ້ເຮັດຢູ່ແປງຜະລິດຂອງຊາວກະສິກອນ ທີ່ບ້ານໜອງບົກໃຫຍ່ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໂດຍການປູກທົດລອງ 2 ຄັ້ງ ຄື: ຕົ້ນລະດູຝົນ (ເດືອນພຶດສະພາ ຫາ ເດືອນສີງຫາ ປີ 2016) ແລະ ຄັ້ງທີ 2 ແມ່ນທ້າຍລະດູຝົນ (ແຕ່ເດືອນກັນຍາ ຫາ ເດືອນທັນວາ ປີ 2016) ພ້ອມທັງປຽບທຽບ ກັບປູກຢູ່ແປງທົດລອງ ສູນຄົ້ນຄວ້າສາລີ ແລະ ພືດເສດຖະກິດ (ເດືອນກໍລະກົດ ຫາ ເດືອນຕຸລາ 2016). ການວາງແຜນການທົດລອງ ແມ່ນແບບສຸ່ມສົມບູນ (RCBD) ມີ 3 ຊໍ້າ, ການບົວລະບັດຮັກສາ ໃນແປງ ຂອງຊາວກະສິກອນ ແມ່ນນໍາໃຊ້ເຕັກນິກຂອງຊາວກະສິກອນເອງ.
Topics:

Types:
ວາລະສານການຄົ້ນຄວ້າ

published in 2017, ລາວ language