Dirk Van Gansberghe
ຢາກນ ຳໃຊ້ວິທີການແບບມີສ່ວນຮ່ວມ ເຂົ້າໄປຊ່ວຍປະຊາຊົນຜູ້ເຮັດໄຮ່ໃນການຫັນວິທີການຜະລິດແບບດັ່ງເດີມຂອງ ເຂົາເຈົ້າ ໄປສູ່ຮູບແບບການຜະລິດແບບໃໝ່ທີ່ໝັ້ນຄົງໄດ້ນັ້ນ, ກ່ອນອື່ນໝົດຕ້ອງໄດ້ທ ຳຄວາມເຂົ້າໃຈ ຢ່າງເລິກເຊິ່ງ ໃນວິທີການທີ່ເຂົາເຈົ້າເຄີຍໄດ້ໃຊ້ກັນມາເສຍກ່ອນ. ບົດສັງລວມຫຍໍ້ສະບັບນີ້ ມີຈຸດປະສົງເພື່ອສະໜອງຄວາມຮູ້ທົ່ວ ໄປໃຫ້ແກ່ບັນດາທ່ານຜູ້ທີ່ກ ຳລັງເຮັດໜ້າທີ່ອັນທ້າທາຍ ເພື່ອຫັນປ່ຽນຮູບແບບການເຮັດໄຮ່ແບບເຄື່ອນຍ້າຍໄປສູ່ ຮູບແບບການຜະລິດແບບໝັ້ນຄົງ ກ່ຽວກັບຄວາມສະລັບສັບຊ້ອນ ແລະ ຄວາມຫຼາກຫຼາຍຂອງລະບົບ ແລະ ວິທີ ການເຮັດໄຮ່ ຕົວຈິງໃນ ສປປ ລາວ ໂດຍໄດ້ເນັ້ນໃສ່ການອະທິບາຍໃຫ້ເຫັນແຈ້ງ ເຖິງບັນດາກິດຈະກ ຳການປູກ ພືດຢູ່ໃນການເຮັດໄຮ່. ພ້ອມນີ້, ກໍຍັງໄດ້ອະທິບາຍຫຍໍ້ກ່ຽວກັບບັນດາກິດຈະກ ຳອື່ນ ທີ່ເຫັນວ່າມີຄວາມກ່ຽວພັນ ກັບການດ ຳລົງຊີວິດຂອງຊາວໄຮ່ເຊັ່ນ: ການລ້ຽງສັດ, ການຜະລິດກະສິກ ຳ-ປ່າໄມ້ປະສົມປະສານ ແລະ ການເກັບກູ້ເຄື່ອງປ່າຂອງດົງອີກດ້ວຍ.
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ

Types:
ຄູ່ມື

published in 2017, language

Image