Olle Forshed ແລະ ສົມພະຈັນ ວົງພະສຸວັນ
ຕູດຕຽງ, Bohemeria malabarica ຫຼື ເປືອກເມືອກ, ໜັງໜຽວ, (ແລະ ອາດມີຫຼາຍຊື່ອີກ) ເປັນພືດ ຊຶ່ງເກີດຢູ່ໃນເຂດພູດອຍທາງພາກເໜືອຂອງ ສປປ ລາວ. ກ່ຽວກັບພືດຊະນິດນີ້ ຍັງເປັນທີ່ ຮັບຮູ້ກັນໜ້ອຍ, ແລະ ໃນເອກກະສານກໍມີການອະທິບາຍໜ້ອຍເຊັ່ນກັນ. ຮອດມື້ນີ້ເຮົາກໍຍັງບໍ່ແນ່ໃຈວ່າ ຊື່ໃນພາສາລາແຕງ ຈະແມ່ນ Bohemeria malabarica ນີ້ ຫຼື ບໍ່. (Foppes et al 2003). ດັ່ງທີ່ຮູ້ແມ່ນມັນໄດ້ຖືກເກັບກູ້ ມາເປັນສິນຄ້າປະເພດເຄື່ອງປ່າຂອງດົງ ໃຫ້ພໍ່ຄ້າຈີນເປັນສ່ວນໃຫຍ່. ແລະ ກໍກາຍເປັນແຫຼ່ງລາຍຮັບ ທີ່ສໍາຄັນ ອັນນຶ່ງໃຫ້ແກ່ຄອບຄົວປະຊາຊົນເຂດພູດອຍ. ຢູ່ໃນເມືອງຈຸດສຸມ (ມ ນາໝໍ້ ແຂວງ ອຸດົມໄຊ ແລະ ມ ໂພນໄຊ ແຂວງ ຫຼວງພະບາງ) ຂອງໂຄງການຄົ້ນຄ້ວາທົດລອງກະສິກຳ ແລະ ປ່າໄມ້ ເຂດພູດອຍຮ່ວມມື ລາວ-ຊູແອດ (LSUAFRP) ແມ່ນນຶ່ງໃນຈໍານວນເຄື່ອງປ່າຂອງດົງທີ່ສໍາຄັນທີ່ສຸດຂອງ ເມືອງ (Anon 2003a).
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ, ນິເວດວິທະຍາແບບພື້ນເມືອງ ແລະ ການປະຕິບັດ

Types:
ບົດລາຍງານ ແລະ ກໍລະນີສຶກສາ

published in 2003, ລາວ language

Image