ຄຳພອນ ແສງດາລາ
ຫວາຍເປັນຜລິດຕະພັນທີ່ຮອງລົງມາຈາກປ່າທີ່ມີຄຸນຄ່າທາງເສດຖະກິດ (ໄມ້ທ່ອນ ) ດ້ວຍເຫດນີ້ຈິ່ງ ມີການນໍາໄປໃຊ້ປະໂຫຍດໄດ້ຢ່າງກວ້າງຂວາງໃນລະດັບຊາວບ້ານ, ລະດັບໂຮງງານຫັດຖະກຳແລະອຸດສາຫະ ກໍາ. ຊາວບ້ານໄດ້ນໍາໃຊ້ປະໂຫຍດໃນລັກສະນະຕ່າງໆ: ໃຊ້ເຮັດພາຊະນະເຄື່ອງໃຊ້ສອຍ, ເຮັດເຄື່ອງເຮືອນຕະ ລອດຮອດການສ້າງບ້ານແປງເຮືອນແລະສໍາລັບໃນລະດັບໂຮງງານຫັດຖະກຳ, ອຸດສາຫະກຳໃຊ້ ໃນການເຮັດ ເຟີນີເຈີ. ປັດຈຸບັນມີໂຮງງານເຮັດເຟີນີເຈີຢ່າງມາກມາຍຫລາຍແຫ່ງໃນທົ່ວປະເທດເຄື່ອງຈັກສານໃນການເຮັດ ເຟີນີເຈີຫວາຍເປັນທີ່ນິຍົມທັງພາຍໃນແລະຕ່າປະເທດເຊັ່ນ:ໃນຢູຣົບ, ການາດາ ແລະ ອາເມລິກາ ທັ້ງນີ້ເນື່ອງ ຈາກເຟີນິເຈີຫວາຍມີລັກສະນະເດ່ນສະເພາະໃນຕົວຂອງມັນເອງຫລາຍຢ່າງ ຄື: ສາມາດອອກແບບໄດ້ແຕກ ຕ່າງກັນໄປຈາກເຟີນີເຈີໄມ້, ສາມາດດັດແປງໃຫ້ຢູ່ໃນຮູບແບບຕ່າງໆໄດ້ໂດຍບໍ່ໄດ້ຈຳກັດນອກຈາກນັ້ນຍັງມີນໍ້າ ຫນັກເບົາງ່າຍຕໍ່ການເຄື່ອນຍ້າຍ, ມີການຫຍູບຕົວເຮັດໃຫ້ມີຄວາມນູມໃນຕົວແລະລາຄາທົ່ວໄປກໍ່ຖືກກວ່າໄມ້.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ຄູ່ມື

published in 1995, language

Image