ກະຊວງກະສິກຳ ແລະ ປ່າໄມ້
ມະນຸດເຮົາ ຮູ້ຈັກໃຊ້ເຫັດເປັນອາຫານມາຫລາຍສະຕະວັດແລ້ວ ເຫັດທີ່ກິນໄດ້ມີຫລາຍ ຊະນິດແຕກຕ່າງກັນຕາມຮູບຮ່າງ ແລະ ສີສັນ. ເຫັດ ຈັດເປັນອາຫານທີ່ມີທາດຊີ້ນ (Protein) ສູງ ຊະນີດໜື່ງ ທີ່ປະຊາຊົນທົ່ວໂລກຮູ້ຈັກກັນດີ ແລະ ນິຍົມນ ຳມາຮັບປະທານກັນຫລາຍ. ເນື່ອງຈາກ ເຫັດເກືອບທຸກຊະນິດມີຣົດຊາດດີ, ມີຄຸນຄ່າທາງອາຫານສູງ ແລະ ບາງຊະນິດ ຍັງມີສັບພະຄຸນ ເປັນຢ່າປິ່ນປົວພະຍາດ ຈຶ່ງເຮັດໃຫ້ປະຊາຊົນຫັນມານິຍົມຮັບປະທານເຫັດເພີ່ມຂື້ນປະກອບກັບປະ ຊາກອນຂອງໂລກ ມີຈ ຳນວນເພີ່ມຂື້ນຢ່າງວ່ອງໄວຈື່ງເຮັດໃຫ້ຄວາມຕ້ອງການອາຫານ ທີ່ຈະນ ຳມາ ບໍລິໂພກເພີ້ມຂື້ນ. ດັ່ງນັ້ນ, ນັກວິຊາການ ແລະ ນັກວິທະຍາສາດ ຈື່ງໄດ້ໃຫ້ຄວາມສົນໃຈວຽກງານ ດ້ານການປູກເຫັດ ແລະ ໄດ້ສືກສາຄົ້ນຄ້ວາດ້ານນີ້ຢ່າງເອົາໃຈໃສ່ ໂດຍໄດ້ນ ຳເອົາ ເຕັກໂນໂລຢີ ຕ່າງ ໆ ເຂົ້າມາຊ່ວຍ ເພື່ອໃຫ້ໄດ້ຜົນຜະລິດຫລາຍຂື້ນ. ຊາວເຫຼັກ, ເປັນພວກທ ຳອີດທີ່ໄດ້ນ ຳເອົາ ເຫັດຈາກປ່າມາໃຊ້ໃຫ້ເປັນປະໂຫຍດ ແລະ ລິເລີ່ມການປູກຂື້ນ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ບົດຄົ້ນຄວ້າວິທະຍານິພົນ
published in 2016, ລາວ language



