ສີຈັນ ຈັນດີພິດ
ໃນປະຈຸບັນການປູກໄມ້ສັກແມ່ນເປັນຂະບວນການທີ່ກ້ວາງຂວາງ ແລະແພ່ຫລາຍໃນທົ່ວປະເທດ ໂດຍສະເພາະແມ່ນ ແຂວງພາກເໜືອ. ຈຸດ ປະສົງຫລັກ ຂອງການປູກໄມ້ສັກ ກໍ່ເພື່ອຮັບໃຊ້ເຂົ້າໃນການປຸກສ້າງ ທີ່ພັກ ອາໄສ, ເຄື່ອງຮັບໃຊ້ພາຍໃນຄົວເຮືອນ, ຂາຍເປັນເສດຖະກິດຂອງຄອບຄົວ ແລະເພື່ອຮັບປະກັນສິດໃນການນໍາໃຊ້ທີ່ດິນ. ສະນັ້ນເພື່ອຮັບປະກັນໃຫ້ສວນ ປູກໄມ້ສັກມີການຈະເລີນເຕີບໂຕດີນັ້ນ, ເທົ້ງາທີ່ນໍາມາປູກກໍ່ເປັນບັນຫາສໍາ ຄັນສໍາລັບຊາວກະສິກອນທີ່ມີຄວາມສົນໃຈປູກໄມ້ສັກ ເພາະການປູກໄມ້ສັກ ດ້ວຍເຫງົ້າເປັນວິທີທີ່ປູກງ່າຍ ມີຄວາມສະດວກດີ ເສຍຄ່າໃຊ້ຈ່າຍໜ້ອຍ ແລະ ຍັງເຮັດໃຫ້ຕົ້ນໄມ້ສັກ ມີການຈະເລີນເຕີບໂດດີ, ເພາະໃນເຫງົ້າສັກມີ ການສະສົມທາດອາຫານໄວ້ສໍາລັບການຈເລີນເຕີບໂຕ ( ກົມປ່າໄມ້, ພ.ສ 2539).
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ແຜ່ນພັບ, ໃບປິວ ແລະ ໂພສເຕີ
published in 2016, ລາວ language



