ກອງສົ່ງເສີມກະສິກຳ ແລະ ປ່າໄມ້ນະຄອນຫຼວງ
ປຶ້ມຄູ່ມີນີ້ແມ່ນຜະລິດຂຶ້ນສໍາລັບນັກສົ່ງເສີມຂັ້ນເມືອງ ແລະ ຊາວກະສິກອນ ເພື່ອໃຫ້ຮູ້ບາງເຕັກນິກພື້ນຖານວິທີການປູກເຂົ້າອິນຊີ.
ປື້ມຄູ່ມີນີ້ຍັງຊ່ວຍໃນການຝຶກອົບຮົມຊາວກະສິກອນເພື່ອອະທິບາຍຂັ້ນຕອນ ໃນການປູກເຂົ້າອິນຊີທີ່ມີຄວາມຫຼາກຫຼາຍ, ທີ່ມີການຈັດການກັບສີ່ງແວດລ້ອມ ໃຫ້ ມີຄວາມສຳພັນກັບລະບົບນິເວດກະສິກຳ ໂດຍບໍ່ນໍາໃຊ້ຝຸ່ນເຄມີ ຫຼື ຢາປາບສັດຕູພືດ ເພື່ອເພີ້ມຄວາມອຸດົມສົມບູນຂອງດິນ, ປ້ອງກັນແມງໄມ້ມາທໍາລາຍໂດຍຈະໝູນໃຊ້ ແຫຼ່ງວັດຖຸທີ່ມີໃນທ້ອງຖິ່ນ (ເຊັ່ນ: ເຟືອງ, ຫຍ້າ, ຝຸ່ນຄອກ, ຂີ້ແກບ, ແລະ ອື່ນໆ).
ປຶ້ມຄູມີນີ້ຖືກສ້າງຂຶ້ນໂດຍ ທ່ານ ຄາຍຄໍາ ຊຶ່ງເປັນຊາວກະສິກອນຢູ່ບ້ານ ໂພນໝີ ແຂວງວຽງຈັນ, ຮ່ວມກັບກອງສົ່ງເສີມກະສິກຳ ແລະ ປ່າໄມ້ (NAFES), ໂດຍການສະໜັບ ສະໜູນ ຂອງໂຄງການ ສົ່ງເສີມກະສິກຳ (LEAP).
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ຄູ່ມື
published in 2008, ລາວ language



