ບັນຊາ ທຳມະວົງ, ສີງກອນ ໄຊຍະລາດ
ກິດຈະກ ຳປູກຂີງດ ຳຮ່ວມກັບປະຊາຊົນ ທີ່ເມືອງໂພນໄຊ, ແຂວງຫຼວງພະບາງແມ່ນກິດຈະກ ຳໜຶ່ງຂອງໂຄງການຍ່ອຍຄົ້ນ ຄ້ວາປ່າໄມ້. ເຂົ້າຮ່ວມກິດຈະກ ຳນີ້ມີ 2 ບ້ານ ແລະ 5 ຄອບຄົວຄື: ບ້ານທ່າໂພ ມີ 3 ຄອບຄົວ ແລະ ບ້ານຫ້ວຍມະຫາ ມີ 2 ຄອບຄົວ. ກິດຈະກ ຳດັ່ງກ່າວໄດ້ປະຕິບັດເປັນເວລາ 7 ເດືອນ ເຊິ່ງໄດ້ເລີ່ມລົງມືປູກແຕ່ ວັນທີ 14/6/04 - 18/1/05 ແມ່ນ ໄດ້ເກັບກູ້ຜົນຜະລິດຕາມລະດູການ. ຈຸດປະສົງຂອງກິດຈະກ ຳແມ່ນເພື່ອຍົກສະມັດຕະພາບຮັບປະກັນການມີຢູ່ມີກິນ, ສ້າງ ລາຍຮັບເສີມໃຫ້ແກ່ຄອບຄົວ, ຊ່ວຍຫຼຸດຜ່ອນຄວາມທຸກຍາກ, ຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ຊຸກຍູ້ວຽກ ງານການຜະລິດໃຫ້ສູງຂຶ້ນກາຍເປັນສິນຄ້າ. ການຈັດຕັ້ງປະຕິບັດແມ່ນໄດ້ປະສານງານກັນກັບສູນຄົ້ນຄ້ວາກະສິກ ຳແລະປ່າ ໄມ້ພາກເໜືອ ໂດຍມີຜູ້ປະສານງານງານຂອງໂຄງການຊີດາປະຈ ຳເມືອງໂພນໄຊເປັນຜູ້ຮ່ວມລົງປະຕິບັດຕົວຈິງກັບຄອບ ຄົວ ເປົ້າໝາຍຂອງໂຄງການ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ບົດລາຍງານ ແລະ ກໍລະນີສຶກສາ
published in 2007, ລາວ language



