ນາງ ຈິນດາວັນ ມູນທຳມາ,ນາງ ມະໄລລັກ ຫຼວງມີໄຊ
ການເຮັດນາຂັ້ນໄດນັບວ່າເປັນວິທີການອະນຸລັກດິນແລະນທີ່ມີການປະຕິບັດກັນມາແຕ່ດົນນານແລ້ວນັບຕັ້ງແຕ່ສະໄໝເລີ່ມມີອະລິຍະທ ຳໃນຕາເວັນອອກກາງເຊັ່ນ:ການສ້າງຂັ້ນບັນໄດແບບ Bench terracesໃນປະເທດຣູເປຊື່ວ່າ: Incas ຫຼື Per-incas of peruມີອາຍຸກໍ່ສ້າງ4000ປີມາແລ້ວເຊິ່ງສ້າງຄັນດິນດ້ວຍກ້ອນຫີນ.ນອກຈາກນີ້ການສ້າງຂັ້ນໄດໃນປະເທດຊີເລຍ,ຟີລີນ,ສາທາລະນະລັດປະຊາຊົນຈີນ,ຍີ່ປຸ່ນມີອາຍຸຫຼາຍກ່ວາ2000ປີ ແລະ ໃນສ່ວນປະເທດອິນໂດເນເຊຍຂັ້ນບັນໄດທີ່ສ້າງຂຶ້ນກໍ່ມີອາຍຸຫຼາຍກ່ວາຮ້ອຍປີມາແລ້ວແລະຍັງຄົງໃຊ້ຈົນເຖິງທຸກວັນນີ້.ການສ້າງຂັ້ນບັນໄດທຸກວັນນີ້ຍັງຄົງນິຍົມເທິງພູເຂົາຫຼືພື້ນທີ່ທີ່ມີຄວາມຄ້ອຍຊັນໂດຍສ້າງຫຼືປັບສະພາບພື້ນທີ່ໃຫ້ມີລັກສະນະເປັນຂັ້ນຄ້າຍຄືບັນໄດຫຼືເອີ້ນວ່າ:ພະໜັງດິນຫີນ (Stonewall). ການເຮັດຂັ້ນບັນໄດໝາຍເຖິງການກໍ່ສ້າງຄັນດິນຫຼືຄັນຫີນ (Earthembank ment) . ໂດຍວາງຕົວຂວາງກັບຄວາມຄ້ອຍຊັນຂອງທິດທາງນໄຫຼຈຶ່ງເປັນການດັດແປງສະພາບພື້ນທີ່ເພື່ອໃຫ້ເກີດການພັງທະລາຍຂອງໜ້າດິນຫຼຸດລົງແລະເປັນການອະນຸລັກນອີກດ້ວຍ.ການເຮັດຂັ້ນບັນໄດຫຼຸດຜ່ອນການພັງທະລາຍຂອງດິນເພາະເປັນການຫຼຸດຄວາມຍາວຂອງຄວາມຄ້ອຍຊັນຂອງພື້ນທີ່(Slope length),ການເຮັດຂັ້ນບັນໄດຍັງຫຼຸດປະລິມານການໄຫຼບ່າຂອງນດທິງຜິວດິນເຮັດໃຫ້ນຊຶມລົງໃນດິນໄດ້ຫຼາຍຂຶ້ນ,ຫຼຸດຜ່ອນນນາໍ້ຖ້ວມແລະຍັງປ້ອງກັນການພັງທະລາຍທີ່ມັກເກີດເປັນຮ່ອງນຂະໜາດໃຫ່ຍ.
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ບົດລາຍງານ ແລະ ກໍລະນີສຶກສາ
published in 2010, ລາວ language



