ບັນຊາ ທຳມະວົງ
ຂີງດຳ ນອນຢູ່ໃນວົງຕະກຸນ Zingiberaceae ຊື່ວິທະຍາສາດແມ່ນ Boesenbergia SPP ມີຖິ່ນກ ຳເນີດຢູ່ໃນ ເອເຊັຽ ເຂດຮ້ອນ ເຕີບໂຕໄດ້ໃນເຂດປ່າຂື້ນປຽກຊຸ່ມ, ດິນຜຸຜຸ່ຍ, ດິນປົນຊາຍເປັນພືດລົ້ມລຸກ ລຳຕົ້ນເປັນກາບກ້ານໃບໂອບ ຂຶ້ນສູງປະມານ 20-50 ຊັງຕີແມັດ. ຫົວເປັນສີມ່ວງດຳ, ມີກິ່ນທີ່ມີສານນຳໄປສະກັດເປັນຢາສະໝຸນໄພເຊັ່ນ: ຢາບຳລຸງຮ່າງກາຍ, ຢາດີທ້ອງຍິ່ງເປັນຕົ້ນ. ໃນປະຈຸບັນຂີງດຳນິຍົມກັນປູກຫຼາຍຢູ່ ແຂວງບໍລິຄຳໄຊ, ນະຄອນຫຼວງວຽງຈັນ, ເຂດເມືອງວັງວຽງ, ແຂວງວຽງຈັນ, ແຂວງໄຊຍະບູລີ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ. ຂີງດຳຂະຫຍາຍພັນດ້ວຍຫົວ ໂດຍນຳເອົາຫົວຂີງມາອານາໄມແກະສ່ວນທີ່ເປັນຫົວເກົ່າອອກແລ້ວ ເອົາຫົວທີ່ໃໝ່ມາຕັດ ຂະໜາດເທົ່ານິ້ວມືຕາມບ່ອນທີ່ມີຕາແລ້ວນຳໄປປູກ ໃນຊ່ວງຕົ້ນລະດູຝົນ (ເດືອນ 4-5) ແລະ ເກັບກູ້ຫຼັງຈາກປູກໄດ້ 7 ເດືອນ (ເດືອນ 11-12) (ສະໝຸນໄພໃນຄົວ ຮສ. ດຣ ວັນດີ ກິດສະພັນ 2541, ພືດສະໝຸນໄພ ນິດສິຖີ ເຮືອງຣັງສີ 2534, ປູກສະໝູນໄພໃຊ້ເອງ ພະຍອມ ຈອມພິທັກ 2537). ຄຸນປະໂຫຍດຂອງຂີງດຳ ແມ່ນສາມາດນຳມາປຸງແຕ່ງ ເປັນຢາສະໝຸນໄພ ເຊັ່ນ : ໃຊ້ສຳລັບເປັນຢາແກ້ເຈັບທ້ອງ, ແກ້ທ້ອງຍິ່ງ ແລະ ຢາບຳລຸງກຳລັງ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ວາລະສານການຄົ້ນຄວ້າ

published in 2016, ລາວ language

Image