NAFRI
ປະເທດຂອງພວກເຮົາ ມີດິນດອນຕອນຫຍ້າອັນກ້ວາງຂວາງ ທີ່ເໝາະສົມຕໍ່ການປູກຝັງ ມີແມ່ນລ ຳເຊ, ຫ້ວຍຮ່ອງຄອງບຶງ ຢ່າງຫລວງຫລາຍ ເຊິ່ງໄດ້ອ ຳນວຍຄວາມສະດວກໃຫ້ແກ່ການ ຜະລິດ. ເນື້ອທີ່ປູກຝັງສ ຳລັບພືດຕ່າງໆ ທົ່ວປະເທດມີ 800.000 ເຮັກຕາ, ໃນນັ້ນມີນາປີ 45.000 ເຮັກຕາ, ນາແຊງ 17.000 ເຮັກຕາ ແລະ ພືດອື່ນໆ 110.400 ເຮັກຕາ (ຂໍ້ມູນຈາກ ກົມປູກຝັງ ແລະ ສົ່ງເສີມການກະສິກ ຳກະຊວງກະສິກ ຳປ່າໄມ້ ປີ 1995), ທົ່ງຫຍ້າ ມີປະມານ 750.000 ເຮັກຕາ, ເນື້ອທີ່ສ ຳລັບການລ້ຽງປາມີປະມານ 50.000 ເຮັກຕາ, ເນື້ອທີ່ປ່າໄມ້ມີ ປະມານ 11.200.000 ເຮັກຕາ (ແຜນພັດທະນາເສດຖະກິດສັງຄົມພາກເໜືອ ປີ 1994) ປ່າໄມ້ທີ່ຖືກທ ຳ ລາຍແຕ່ລະປີ (ແຕ່ຊ່ວງປີ 1982 ຫາ1989) ປະມານ 67.000 ເຮັກຕາ/ປີ (ໂຄງການຊີດາບາດ ກ້າວທີ່ 4 ກົມປ່າໄມ້).
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ຄູ່ມື

published in 2016, ລາວ language

Image