Dominique Van der Borght
ພວກເຮົາຢາກຂໍຂອບໃຈຊາວກະສິກອນ ທີ່ໄດ້ຕ້ອນຮັບພວກເຮົາດ້ວຍຄວາມອົດທົນ ແລະ ເມດຕາເຫັນໃຈ, ໄດ້ຕອບຄຳຖາມຢ່າງເປີດເຜີຍ (ຊຶ່ງບາງຄັ້ງເປັນຄ ຳຖາມບໍ່ຄ່ອຍສະຫຼາດ). ພວກເຮົາຫວັງວ່າຂໍ້ມູນ ແລະ ແນວຄິດບາງຢ່າງໃນນີ້ຈະມີສ່ວນປະກອບໃຫ້ແກ່ການຊອກຫາວິທີແກ້ໄຂບັນຫາຕ່າງໆ ທີ່ຊາວກະສິກອນກຳລັງພົບພໍ້ຢູ່. ພ້ອມດຽວກັນ ພວກເຮົາກໍຮັບຮູ້ ແລະ ຂອບໃຈການຮ່ວມມືຢ່າງຂະຫຍັນຂັນແຂງ ແລະ ມີປະສິດທິພາບຂອງພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ແຂວງ ແລະ ເມືອງ. ຂໍ້ມູນຂ່າວສານທີ່ເພິ່ນໄດ້ແຈ້ງໃຫ້ພວກເຮົາຊາບ ນັບວ່າເປັນປະໂຫຍດຫຼາຍ ແລະ ການຮ່ວມມືໃນການຈັດຕັ້ງການສົນທະນາເປັນກຸ່ມກັບຊາວກະສິກອນກໍມີຄວາມສຳຄັນ. ການສະໜັບສະໜູນນັບແຕ່ຕອນຫົວທີ່ຂອງພະນັກງານກອງສົ່ງເສີມກະສິກ ຳ ແລະ ປ່າໄມ້ ແລະ ກົມປູກຝັງ ຖືວ່າເປັນສິ່ງລະດົມຈິດໃຈ. ທ້າຍສຸດການສະໜັບສະໜູນຂອງທີມງານ FAO-IPM ເຮັດໃຫ້ການສຶກສາຄັ້ງນີ້ເວົ້າໄດ້ວ່າເປັນວຽກລວມໝູ່ ແລະ ເປັນປະສົບການທີ່ສ້າງຄວາມພໍໃຈໃຫ້ພວກເຮົາ. ພວກເຮົາຂໍຂອບໃຈເປັນພິເສດມາຍັງ ທ່ານ Randall Amst ທີ່ ໄດ້ໃຫ້ການສະໜັບສະໜູນພວກເຮົາຢ່າງສະເຫມີຕົ້ນສະເຫມີປາຍ ແລະ ໃນການອ່ານກວດແກ້ລາຍງານສະບັບນີ້.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ປຶ້ມ

published in 2004, ລາວ language

Image