ປອ. ສີມອນ ວົງຄຳຮໍ່, ສົມພອນ ພົງດາລັດ, ພູມສະຫວັດ ຄຳມີໄຊ, ວັນໂນ ນິດຕະວົງ, ສົມສັກ ຈັນທະວົງ, ເກດມະນີ ຄຳພູມີ, ບຸນທະວີ ຈະເລີນສຸກ ແລະ ນຸດ ໄຊເພັງ
ເພື່ອຍູ້ແຮງວຽກງານການປູກໄມ້ ແລະ ຟື້ນຟູປ່າໄມ້ ໃຫ້ປະສົບຜົນສໍາເລັດຢ່າງເປັນຮູບປະທຳເຫັນວ່າມີ ຄວາມຈຳເປັນຢ່າງຍິ່ງ ທີ່ຕ້ອງໄດ້ມີບົດຮຽນດ້ານເຕັກນິກວິທະຍາການ ແລະ ນະວັດຕະກຳທີ່ກ່ຽວຂ້ອງ ເປັນ ພື້ນຖານນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ. ປື້ມຄູ່ມືນີ້ ໄດ້ຖືກພັດທະນາມາຈາກການຮວບຮວມເອົາຄວາມຮູ້ ທາງດ້ານວິທະຍາສາດ ປະສົມປະສານກັບປະສົບການປະຕິບັດຕົວຈິງ, ການສໍາຫຼວດພູມປັນຍາຈາກບັນດາ ທ່ານຜູ້ຊຳນານ ແລະ ບົດຮຽນຈາກໂຄງການທີ່ກ່ຽວຂ້ອງຕ່າງໆ ໃນທົ່ວປະເທດ ກ່ຽວຂ້ອງກັບການຜະລິດ ແນວພັນໄມ້, ວິທີການຂະຫຍາຍພັນ, ການກ້າເບ້ຍ ແລະ ການຜະລິດເບ້ຍໄມ້ທີ່ໄດ້ມາດຕະຖານ. ສະນັ້ນ, ປື້ມຄູ່ມື ເຕັກນິກການຜະລິດແນວພັນໄມ້ ແລະ ການກ້າເບ້ຍໄມ້ ຢູ່ໃນ ສປປ ລາວ ສະບັນນີ້ ຈະເປັນເຄື່ອງມື ທີ່ສໍາຄັນ ໃນການຜະລິດແນວພັນໄມ້ ແລະ ເບ້ຍໄມ້ທີ່ມີຄຸນນະພາບສູງປະກອບສ່ວນໃນການບັນລຸເປົ້າໝາຍ ຍຸດທະສາດທີ່ໄດ້ວາງອອກ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ຄູ່ມື

published in 2026, ລາວ language

Image