​ພັນ​ທະ​ວົງ ວົງ​ສຳ​ພັນ
ມັນຕົ້ນ ໄດ້ກາຍເປັນພືດເສດຖະກິດທີ່ສໍາຄັນໃນ ສປປ ລາວ ຍ້ອນມີການສົ່ງອອກແປ້ງມັນຕົ້ນ ອິງໃສ່ຂໍ້ມູນຈາກ ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້, ບົດລາຍງານສະຖິຕິພຶດ ປີ 2014 ເນື້ອທີ່ການປູກມັນຕົ້ນໃນທົ່ວປະເທດ ມີ ຈໍານວນ 60.475 ເຮັກຕາ, ສະມັດຕະພາບການຜະລິດສະເລ່ຍ 27 ໂຕນຕໍ່ເຮັກຕາ ຫລື ຜົນຜະລິດຫົວມັນຕົ້ນ ແຕ່ລະປີ ມີປະມານ 1,6 ລ້ານໂຕນ ເຊິ່ງສ່ວນຫລາຍການຜະລິດຫົວມັນຕົ້ນ ເພື່ອມາຊອຍຕາກແຫ້ງສົ່ງອອກ ແລະ ປ້ອນໂຮງງານ ອາຫານສັດ (ຊີພີລາວ) ແລະ ບາງກຸ່ມປູກເພື່ອສົ່ງຫົວມັນຕົ້ນສົດ ປ້ອນໂຮງງານຜະລິດແປ້ງມັນຕົ້ນ ເຊິ່ງປະຈຸບັນໃນ ສປປ ລາວ ມີ 5 ແຫ່ງ ທີ່ເຮັດການສົ່ງເສີມການປູກມັນຕົ້ນເພື່ອເອົາຫົວສະໜອງໂຮງງານ ແລະ ໃນນີ້, ຂີ້ມັນຕົ້ນ ເປັນໜຶ່ງໃນສິ່ງ ເສດເຫລືອຈາກການຜະລິດແປ້ງ ພາຍຫລັງຫົວມັນຕົ້ນຖືກສະກັດໄປເປັນແປ້ງມັນຕົ້ນ ຈະມີສິ່ງເສດເຫລືອທີ່ເອີ້ນວ່າຂີ້ ມັນຕົ້ນ ມີປະມານ 10-15% ຂອງນໍ້າໜັກຫົວມັນຕົ້ນສົດຖືກປ່ອຍອອກມາ.
Topics:
ສຸຂະພາບ ແລະ ໂພຊະນາການ

Types:
ຄູ່ມື

published in 2015, ລາວ language

Image