ສູນຄົ້ນຄວ້າການປະມົງ,
ປາເໝັ້ນເປັນປານຈືດຊະນິດຫນຶ່ງ Osphronemus exodon ມີແຫຼ່ງກ ຳເນີດ, ແຜ່ຂະຫຍາຍພັນໃນພາກພື້ນອາຊີອາຄະເນ ແລະ ເປັນ ປາພື້ນເມືອງຂອງລາວເຊິ່ງພົບເຫັນຫຼາຍໃນອ່າງນ ຳງື່ມ,ແມ່ນຂອງ ແລະ ສາຂາແມ່ນາໍ້ຂອງໃນ ສປປ ລາວ.ປາເໝັ້ນຂະໜາດໃຫຍ່ສຸດເຊິ່ງມີນາໍ້ໜັກ 6-7 ກິໂລກຼາມ ມີຄວາມຍາວ 65 ຊັງຕີແມັດ ຢູ່ໃນຕະກຸນດຽວກັນກັບປາສະລິດ ແຕ່ມີຂະໜາດໃຫຍ່ກ່ວາມີຊີ້ນແໜ້ນ, ນຸ້ມ ແລະ ມີລົດຊາດແຊບດີເຊິ່ງໄດ້ຮັບຄວາມນິຍົມຈາກປະຊາຊົນ ຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດສາມາດມາປຸງແຕ່ງອາຫານໄດ້ຫຼາຍຊະນິດ, ປາເໝັ້ນເປັນປາທີ່ລ້ຽງງ່າຍ, ໃຫຍ່ໄວມີຄວາມທົນທານກັບສະພາບແວດລ້ອມ ແລະ ພະຍາດເປັນຢ່າງດີ, ສາມາດລ້ຽງທັງໃນໜອງ ແລະ ກະຊັງມີການຈະເລີນເຕີບໂຕພໍສົມຄວນ ສາມາດແຜ່ຂະຫຍາຍພັນໄດ້ໂດຍລ້ຽງເພື່ອຂາຍ, ເປັນປາຊີ້ນ ຫຼື ປາສວຍງາມສາມາດເປັນປາພໍ່ແມ່ພັນເມື່ອມີອາຍຸໄດ້ 3 ປີຈະມີນາໍ້ໜັກ ປະມານ 3-3,5 ກິໂລກຼາມ ຄວາມດົກຂອງໄຂ່ມີ 3.000-4.000 ໜ່ວຍ ຕໍ່ປາແມ່ໜຶ່ງໂຕ.
Topics:
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
Types:
ແຜ່ນພັບ, ໃບປິວ ແລະ ໂພສເຕີ
published in 2016, ລາວ language



