LARREC
ປາເກັດແລບ ຫຼື ປາເກັດເງິນ (Silvercarp) ພາສາຈີນ ເອີ້ນວ່າ: ປາລິນຮີ, ມີຊື່ທາງວິທະຍາສາດວ່າ: Hypophthalmichtys molitrix ເອີ້ນຊື່ລວມວ່າ: ປາຈີນ. ເປັນຊະນິດປາທີ່ມີຖິ່ນກຳເນີດຢູ່ໃນພາກກາງ ແລະ ພາກໄຕ້ຂອງລຸ່ມ ແມ່ນໍ້າ ຍັງຊີກຽງ, ປະເທດສາທາລະນະລັດ ປະຊາຊົນຈີນ, ນໍາເຂົ້າທົດລອງລ້ຽງໃນ ສປປລາວ ທີ່ສະຖານີລ້ຽງປາໜອງແຕ່ງ ໃນປີ 1977 ແລະ ມາຮອດປັດຈຸບັນກໍ່ໄດ້ຂະຫຍາຍໄປໃນທົ່ວປະເທດ.ປາເກັດແລບເປັນປາທີ່ລ້ຽງງ່າຍ, ໃຫຍ່ໄວ, ສາມາດລ້ຽງໄສ່ໜອງ, ເໝືອງຝາຍ, ອ່າງເກັບນໍ້າ, ລ້ຽງໄສ່ຄອກຕາໜ່າງ ຫຼື ກະຊັງ ແລະ ອື່ນໆ, ປາເກັດແລບເປັນປາທີ່ບໍ່ຂະຫຍາຍພັນ ແລະ ບໍ່ເກີດລູກໃນໜອງໄດ້ເອງ. ດັ່ງນັ້ນການຂະຫຍາຍພັນຈໍາ ເປັນຕ້ອງໄດ້ເຮັດການປະສົມພັນທຽມ.
Topics:
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
Types:
ຄູ່ມື
published in 2002, ລາວ language



