Tivet, F; Tran Quoc, H; Phanthanivong, I; Soukhalivong, K; Phonekhampheng, C; Konthong, K; Khamxaykhay, C; Chantharath, B; Panyasiri, K; Lienhard, P; Julien, P; Lecomte, P
ບັນດາລະບົບການລ້ຽງສັດ ແບບກະແຈກກະຈາຍ ເຫຼົ່ານີ້ແມ່ນໄດ້ຖືກກຳນົດດ້ວຍມູນຄ່າ ໃນການລົງທຶນ ແລະ ຂອບເຂດຈຳກັດ ຂອງການດຳເນີນງານ.
ແຫຼ່ງພືດອາຫານສັດ ສ່ວນໃຫຍ່ແມ່ນໄດ້ມາຈາກ ທົ່ງຫຍ້າທຳມະຊາດ ແລະ ເຟືອງເຂົ້າ.
ໄດ້ມີຄວາມພະຍາຍາມປັບປຸງແນວພັນສັດດ້ວຍການ ທຳການປະສົມພັນລະຫວ່າງແມ່ພັນພັນພື້ນເມືອງ ແລະ ພໍ່ພັນບຣາມັນຈາກປະເທດໄທ.
ທົ່ງຫຍ້າທຳມະຊາດໄດ້ເກີດມີຄວາມເຊື່ອມໂຊມລົງເທື່ອລະກ້າວ: ດິນແໜ້ນເນື່ອງຈາກ ຈຳນວນສັດລ້ຽງມີເກີນຂອບເຂດ, ຄຸນນະພາບ ແລະ ປະລິມານຂອງແຫຼ່ງພືດອາຫານສັດ (ຫຍ້າ Chrysopogon aciulatus, Imperata cylindrica) ໄດ້ຫຼຸດຜ່ອນລົງ.
ຕໍ່ບັນຫາດັ່ງກ່າວນີ້, ຜູ້ລ້ຽງສັດຈຳນວນຫຼາຍ ໄດ້ສະແດງຄວາມສະມັກໃຈຂອງເຂົາເຈົ້າ ອອກມາຢ່າງຈະແຈ້ງທີ່ຢາກປັບປຸງ ແຫຼ່ງພືດ ອາຫານສັດເຫຼົ່ານີ້ ໂດຍໄດ້ພາກັນທົດລອງ ທຳການປູກຫຍ້າລ້ຽງສັດ ຄັ້ງທຳອິດ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ, ສຸຂະພາບ ແລະ ໂພຊະນາການ
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ, ສຸຂະພາບ ແລະ ໂພຊະນາການ
Types:
ແຜ່ນພັບ, ໃບປິວ ແລະ ໂພສເຕີ
published in 2016, ລາວ language



