ກະຊວງກະສິກຳ ແລະ ປ່າໄມ້
ຈາກຫີນຈາລຶກໃນປີຣາມິດພົບວ່າ ອີຢິບໂບຮານເປັນຊົນເຜົ່າທຳອິດຂອງໂລກທີ່ ຮູ້ຈັກນຳເອົາເຜິ້ງມາລ້ຽງໃນໄຫດິນ ແລະ ແຍກຮັງເຜິ້ງໄປຍັງບ່ອນທີ່ມີດອກໄມ້ອຸດົມສົມບູນ ເຊິ່ງໄດ້ມີການບັນທຶກມາດົນນານກວ່າ 5,000 ປີມາແລ້ວ ກ່ຽວກັບການຂົນຍ້າຍເຜິ້ງໂດຍໃຊ້ລາ. ເມື່ອກະເລັກ ແລະ ໂຣມັນເຮືອງອຳນາດໄດ້ມີການບັນທຶກກ່ຽວກັບການລ້ຽງເຜິ້ງຫລາຍຂຶ້ນຕະຫລອດມີ ການສຶກສາໃນທາງວິທະຍາສາດຂອງເຜິ້ງເປັນເທື່ອທຳອິດ ໂດຍອະຣິສໂຕເຕິລ (Aristotle ພ.ສ 159-221) ປະຊາຊົນຊາວກະເລັກໄດ້ຮັບນາມວ່າເປັນບິດາຂອງວິຊາສັດຕະວິທະຍາຂອງໂລກ ໃນຢູລົບການລ້ຽງເຜິ້ງເຂົ້າໃຈວ່າໄດ້ຮັບອິດທິພົນມາຈາກກະເລັກ ແລະ ໂຣມັນບູຮານທີ່ດັດແປງຮັງ ເຜິ້ງທີ່ລ້ຽງໃນໄຫດິນມາເປັນຮັງເຜິ້ງຮູບໂດມທີ່ໃຊ້ເຊືອກພັນກັນເປັນວົງໆ ຮັງແບບນີ້ຍັງມີໃຊ້ກັນຢູ່ຈົນທຸກວັນນີ້ ແລະ ຖືກັນວ່າ ເປັນສັນຍາລັກຂອງຮັງເຜົ່າທີ່ໃຊ້ກັນຢູ່ທົ່ວໂລກ. ການລ້ຽງເຜິ້ງໃນຈີນ ຕາມປະຫວັດສາດພົບວ່າ ໄດ້ເລີ່ມລ້ຽງເຜິ້ງໂກນ (Apis cerana) ກ່ອນລ້ຽງເຜິ້ງພັນ (AD mellifera ) ຈາກຢູລົບກ່າວວ່າ ຈີນເປັນໜຶ່ງໃນປະເທດຜູ້ນ ຳການລ້ຽງເຜິ້ງໃນທະວີບອາຊີ ການເຮັດຮັງເຜິ້ງໃນປະເທດຈີນນັ້ນໄດ້ນ ຳຕົ້ນໄມ້ທີ່ມີໂກນຢູ່ພາຍໃນມາຕັດອອກເປັນທ່ອນໆ ຫ້ອຍໄວ້ໃຫ້ເຜິ້ງໂກນເຮັດຮັງຢູ່ຕາມບ້ານ. ການຍ້າຍຮັງເຜິ້ງເປັນຈຳນວນຫລວງຫລາຍຂອງຈີນ ໄດ້ໃຊ້ການຂົນສົ່ງທາງນາໍ້ເຊັ່ນດຽວກັບອີຢິບໂບຮານ.
Topics:
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
Types:
ຄູ່ມື
published in 2016, ລາວ language



