NAFRI
ການເຂົ້າເຖິງການບໍລິການທາງດ້ານສັດຕະວະແພດ ຂອງຊາວກະສິກອນຜູ້ລ້ຽງສັດລາຍຍ່ອຍ ໃນ ສປປ ລາວ, ແມ່ນມີຄວາມຈຳກັດ. ຍ້ອນແນວນັ້ນ, ໂຄງການ SADU ຈຶ່ງໄດ້ພະຍາຍາມ ເພື່ອຈະແກ້ໄຂບັນຫາດັ່ງກ່າວ ໂດຍການນຳສະເໜີແຜນງານ ການໃຫ້ບໍລິການທາງດ້ານສັດຕະວະແພດໃນເຊີງພານິດ. ນັບຕັ້ງແຕ່ ໄດ້ເອົາແຜນງານການບໍລິການທາງດ້ານສັດຕະວະແພດໄປທົດລອງນຳສະເໜີ ຢູ່ ແຂວງຊຽງຂວາງ ໃນ ປີ 2006, ອັດຕາການຕາຍຂອງສັດລ້ຽງຫຼຸດລົງ, ຈຳນວນຝຸງສັດເພີ້ມຂຶ້ນ ແລະ ຄອບຄົວຜູ້ລ້ຽງສັດມີລາຍຮັບເພີ້ມຂຶ້ນ ຊຶ່ງເຫັນໄດ້ ຢູ່ ເມືອງແປກ, ເມືອງຄູນ ແລະ ເມືອງໜອງແຮດ. ນອກຈາກນີ້, ແຜນງານການໃຫ້ບໍລິການສັດຕະວະແພດເຊີງການຄ້າ ຍັງເປັນຮູບແບບທີ່ມີຄວາມຍືນຍົງ ແລະ ບໍ່ຕ້ອງການການສະໜັບສະໜູນຈາກຂ້າງນອກຕຶ່ມອີກ.
Topics:
Types:
ວາລະສານການຄົ້ນຄວ້າ
published in 2012, ລາວ language



