ນັບແຕ່ສຽງແຄນລາວໄດ້ຈົດທະບຽນເຂົ້າເປັນມໍລະດົກໂລກໃນວັນທີ 14 ມີນາ 2018 ໄດ້ເຮັດໃຫ້ບົດບາດອິດທິພົນຂອງແຄນລາວໄດ້ແຜ່ຂະຫຍາຍໄປທົ່ວພາກພື້ນ ແລະ ໃນໂລກ ແລະ ສິ່ງທີ່ສໍາຄັນທີ່ສຸດແມ່ນການເຮັດໃຫ້ຊາວໂລກໄດ້ຮັບຮູ້ວ່າແຄນລາວ ຫຼື ສຽງແຄນລາວແມ່ນດົນຕີພື້ນເມືອງລາວ, ມີຕົ້ນກໍາເນີດມາຈາກຊາດລາວ, ຄົນລາວ, ເຊື້ອຊາດລາວມາຫຼາຍພັນປີ ດັ່ງສຸພາສິດລາວເຄີຍກ່າວຂານກັນມາວ່າ “ຜູ້ໃດຢູ່ເຮືອນສູງ, ກິນເຂົ້າໜຽວ, ຄ້ຽວປາແດກ, ເປົ່າແຄນສຸດສະແນນລ່ອງຂອງ” ແມ່ນຄົນລາວ, ເຊື້ອຊາດລາວໂດຍກຳເນີດ.
ແຄນ ຜະລິດມາຈາກໄມ້ອໍ້ (ໄມ້ປາວ) ນອກຈາກນີ້ກໍຍັງມີໄມ້ລູກແຄນ, ໄມ້ດູ່ (ເຕົ້າແຄນ) ພ້ອມກັນນີ້ກໍຍັງມີ ເງິນ ຫຼື ທອງສະເພາະຂີ້ສູດ ໃຊ້ໄວ້ຕິດຮູແຄນ ຊຶ່ງຖືໄດ້ວ່າເປັນເຄື່ອງດົນຕີອີກປະເພດໜຶ່ງທີ່ເປັນເອກະລັກ ແລະ ເປັນເຄື່ອງດົນຕີພື້ນເມືອງ ໂດຍບໍ່ວ່າຈະຜ່ານມາຈັກຮຸ່ນຄົນກໍຄົງຍັງໄດ້ຍິນກັນຢູ່ຕະຫຼອດມາ.
ອີງຕາມການຄົ້ນຄວ້າທາງບູຮານນະຄະດີເມື່ອກ່ອນ ແລະ ທາງດ້ານວັນນະຄະດີຂອງນັກປາດ, ສາດສະດາຈານທາງພາຍໃນ ແລະ ຕ່າງປະເທດກ່ຽວກັບຄວາມເປັນມາຂອງແຄນ ເພິ່ນໄດ້ສັນນິຖານໄວ້ເພື່ອຄວາມເຊື່ອຖືວ່າ: ແຄນທີ່ໄດ້ຄົ້ນພົບນັ້ນມີເຄົ້າຍາວຄືແຄນຂອງເຜົ່າມູເຊີ, ແຄນໂທນຂອງເຜົ່າຊ່ວຍຢູ່ແຂວງອັດຕະປື ສະນັ້ນ ຈຶ່ງເວົ້າໄດ້ວ່າດົນຕີປະເພດນີ້ມີມາແຕ່ບູຮານນະການແລ້ວ ແລະ ໄດ້ຄົງຢູ່ຄູ່ກັບຊາດລາວຕະຫຼອດມາ.
ຊຶ່ງແຄນມີ 4 ຊະນິດຄື:
ແຄນຫົກ: ເປັນແຄນສໍ່ານ້ອຍເອີ້ນວ່າ ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ 3 ລູກ ມີສຽງນຳກັນ 5 ສຽງຄື: ຟາ-ຊອນ-ລາ-ໂດ-ເຣ.
ແຄນເຈັດ: ເປັນແຄນສໍ່າກາງມີລູກຂ້າງລະ 7 ລູກ, ແຄນສ່ຳກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ 7 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ.
ແຄນແປດ: ເປັນແຄນສໍ່າກາງເຊິ່ງໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ. ໃຊ້ສໍາລັບເປົ່າດ່ຽວໂດຍປະສົມປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່.
ແຄນເກົ້າ: ເປັນແຄນທີ່ມີລູກຂ້າງລະເກົ້າ, ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມຊົມຊື່ນເປົ່າໃສ່ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ, ລຳນິທານແຕ່ເກົ່າ. ໃນປັດຈຸບັນປາກົດວ່າ ໃນວົງການໝໍລຳບໍ່ມັກໃຊ້ກັນແລ້ວ.
ບໍ່ວ່າຈະເປັນແຄນໃດກໍຕາມກໍຕ້ອງໄດ້ໃຊ້ປາກເປົ່າດ້ວຍວິທີສູບລົມເຂົ້າ-ອອກຕາມຈັງຫວະ ແລະ ທຳນອງ ຫຼື ລາຍທີ່ໄດ້ກຳນົດໄວ້ຢ່າງຄັກແນ່ຕາມແຕ່ລະຊະນິດຂອງແຄນ.