ລັກສະນະທາງກາຍະວິພາກຂອງໝາກໄມ້
ໝາກຈະຖືກຜະລິດຂຶ້ນພາຍຫຼັງການປະສົມພັນຂອງໄຂ່ອ່ອນໂດຍຈຸລັງເກສອນ, ເປືອກຫຸ້ມຫມາກທີ່ຢູ່ອ້ອມຮອບແກນ ຖືກປ່ຽນຮູບຮ່າງດ້ວຍຮັງໄຂ່ ແລະ ໄຂ່ອ່ອນແຕ່ລະຫນ່ວຍຈະຜະລິດແກ່ນຂຶ້ນມາ. ສະນັ້ນ, ຮັງໄຂ່ອັນໜຶ່ງຈະບັນຈຸໄຂ່ ອ່ອນ 10 ໜ່ວຍ ເຊິ່ງສາມາດຜະລິດແກ່ນໄດ້ເຖິງ 10 ແກ່ນ.
ເປືອກຫຸ້ມໝາກຖືກແບ່ງອອກເປັນ 3 ຊັ້ນຄື: ຊັ້ນທໍາອິດແມ່ນເປືອກຊັ້ນນອກ ເຊິ່ງເປັນຜິວຂອງຫມາກໄມ້, ສ່ວນເປືອກ ຊັ້ນກາງແມ່ນຢູ່ລະຫວ່າງກາງຂອງເປືອກຊັ້ນນອກ ແລະ ເປືອກຊັ້ນໃນ, ຊັ້ນສຸດທ້າຍແມ່ນເປືອກຊັ້ນໃນເຊິ່ງເປັນຊັ້ນ ທີ່ຢູ່ໃກ້ກັບແກ່ນ, ເຖິງຢ່າງໃດກໍ່ຕາມໝາກໄມ້ມີຮູບຮ່າງທີ່ແຕກຕ່າງກັນ ອັນທີ່ຫນຶ່ງແມ່ນຫມາກໄມ້ມີຊ່ອງເກັບຈຸລັງທີ່ ແຕກຕ່າງກັນ (ເຊັ່ນຫມາກກ້ຽງ ຫຼື ຫມາກເລັ່ນ) ທີ່ຖືກເຊື່ອມຕໍ່ກັບຊ່ອງເກັບຈຸລັງຈໍານວນຫຼາຍ ທີ່ຢູ່ໃນຮັງໄຂ່ຂອງດອກໄມ້.
ສະນັ້ນ, ຄຸນລັກສະນະຂອງເປືອກຊັ້ນນອກ, ເປືອກຊັ້ນກາງ ແລະ ເປືອກຊັ້ນໃນ ສາມາດປ່ຽນແປງໄດ້ດັ່ງນີ້: ຫມາກໄມ້ອາດຈະມີເປືອກຊັ້ນນອກທີ່ໜາ ເພື່ອປ້ອງກັນແກ່ນຂອງມັນໃນຂະນະທີ່ໝາກອື່ນໆສະແດງໃຫ້ເຫັນເປືອກຊັ້ນນອກ ອ່ອນນຸ້ມ ແລະ ເປືອກຊັ້ນກາງມີເນື້ອຢ່າງຫຼວງຫຼາຍ ແລະ ຫມາກອື່ນໆມີເສັ້ນໃຍທີ່ມີລັກສະນະຄ້າຍຄືກັບເປືອກຊັ້ນພ້ອມທັງມີເປືອກຊັ້ນກາງ ແລະ ເປືອກຊັ້ນໃນທີ່ນອກ.
ການແຜ່ພັນ
ຄຸນລັກສະນະຂອງໝາກມີຄວາມກ່ຽວພັນກັບວິທີການໃນການແຜ່ພັນຂອງພືດ ເຊັ່ນ: ໝາກໄມ້ທີ່ໃຫຍ່ ແລະ ມີສີສັນເມື່ອຖືກສັດກິນລົງໄປຈະເຮັດໃຫ້ມີການຈະລີນເຕີບໂຕຫ່າງຈາກຕົ້ນທີ່ກິນເຂົ້າໄປ ແລະ ແກ່ນທີ່ພ້ອມຈະປົ່ງງອກຂຶ້ນມາ, ສັດຍັງສາມາດແຜ່ພັນຫມາກດ້ວຍແກ່ນທີ່ຕິດຢູ່ກັບຂົນຂອງພວກມັນອີກດ້ວຍ. ສ່ວນໝາາກໄມ້ແຫ້ງມີສ່ວນທີ່ງອກຍາວອອກມາແມ່ນແຜ່ພັນດ້ວຍລົມ, ດັ່ງນັ້ນ ພວກມັນສາມາດແຜ່ພັນໃນບ່ອນທີ່ຫ່າງໄກອອກໄປ, ກໍລະນີຕົ້ນໄມ້ເຕະກຸນ Dipterocarpus ແລະ Asteraceae.
ນ້ໍາຍັງສາມາດພັດເອົາໝາກໄມ້ ຫຼື ແກ່ນຂອງໝາກໄມ້ທີ່ລອຍຢູ່ຕາມນ້ໍາ, ພືດບາງຊະນິດດອກໄດ້ມີການແຕກດອກອອກເປັນໝາກ, ແກ່ນກໍ່ຕົກຫຼົ່ນຢູ່ອ້ອມແອ້ມຕົ້ນຂອງມັນ. ສະຫຼຸບແລ້ວ, ຍັງມີໝາກໄມ້ທີ່ບໍ່ສະແດງວິທີການໃນການແຜ່ພັນນອກຈາກແຮງດຶງດູດ ດັ່ງນັ້ນເມື່ອມັນຕົກລົງພື້ນອ້ອມແອ້ມຕົ້ນຂອງມັນກໍຈະປົ່ງຂຶ້ນຢູ່ບ່ອນນັ້ນ. ຄົນປູກອາດຈະເລືອກພືດທີ່ດຶງດູດນົກ ຫຼື ສັດອື່ນໆເຂົ້າມາໃນສວນຂອງຕົນ ໝາກເຫຼົ່ານັ້ນຈະມີສີທີ່ສົດໃສ ແລະ ຄົນສາມາດກິນໄດ້.
ລັກສະນະທາງກາຍະວິພາກຂອງດອກໄມ້
ດອກໄມ້ແມ່ນປະກອບດ້ວຍອະໄວຍະວະສືບພັນຂອງພືດ ຫນ້າທີ່ຂອງມັນແມ່ນເພື່ອຮັບປະກັນການສືບພັນຂອງພືດຕໍ່ໄປ. ໂດຍຈະມີໄຂ່ອ່ອນ ທີ່ບັນຈຸຢູ່ໃນຮັງໄຂ່ (ເກສອນແມ, ອະໄວຍະວະເພດແມ່) ແລະ ລະອອງເກສອນທີ່ຜະລິດຈາກເກສອນຜູ້, ອະໄວຍະວະເພດຜູ້, ເມື່ອເກີດການປະສົມລະອອງລະຫວ່າງເກສອນຜູ້ ແລະ ເກສອນແມ່, ໄຂ່ອ່ອນດັ່ງກ່າວຈະກາຍເປັນເມັດ ຫຼື ແກ່ນພືດທີ່ບັນຈຸຕົ້ນອ່ອນ ແລະ ເກີດເປັນຕົ້ນພືດໃໝ່.
ໄຂ່ຈະບໍ່ມີການເຄື່ອນຍ້າຍ ແລະ ຕິດຢູກັບຕົ້ນແມ່, ໃນຂະນະທີ່ລະອອງເກສອນຈະຖືກຍ້າຍຈາກເກສອນຜູ້ໄປວາງ ໃສ່ຍອດເກສອນແມ່, ເວລາທີ່ໄຂ່ຖືກປະສົມພັນ, ຕົ້ນແມ່ຈະຊ່ວຍບໍາລຸງເພື່ອໃຫ້ມັນປ່ຽນຮູບຮ່າງເປັນເມັດພັນພືດ. ຕາມປົກກະຕິແລ້ວ ໃນດອກໄມ້ຫນຶ່ງຈະມີຫຼາຍກວ່າໜຶ່ງອະໄວຍະວະເພດຜູ້, ບາງຄັ້ງມີຫຼາຍກວ່າໜຶ່ງອະໄວຍະວະເພດແມ່ ແລະ ບາງຄັ້ງມີໄຂ່ຫຼາຍກວ່າໜຶ່ງໜ່ວຍ.
ໃນບໍລິເວນອະໄວຍະວະເພດ, ດອກສາມາດໃຫ້ກໍາເນີດໄດ້ທັງກີບດອກ ແລະ ກີບລ້ຽງ, ເຊິ່ງກີບລ້ຽງຈະເຮັດໜ້າທີ່ເປັນເປືອກຂອງດອກຂອບນອກສຸດທີ່ມີຮູບຮ່າງຂົດລົງມີຊື່ເອີ້ນວ່າ: ຂົ້ວດອກໄມ້, ສ່ວນກີບດອກປະກອບມີກີບໃນຂອງດອກ ທີ່ເປັນກີບວົງດ້ານໃນສຸດຂອງດອກ. ສະຫຼຸບແລ້ວພືດບາງຊະນິດກໍ່ບໍ່ສະແດງໃຫ້ເຫັນຄວາມແຕກຕ່າງລະຫວ່າງກີບລ້ຽງ ແລະ ກີບດອກ ເຊັ່ນ: ຈໍາພວກຫຍ້າ. ເພາະສະນັ້ນພວກມັນຈຶ່ງຖືກເອີ້ນວ່າ: ກີບລວມ.
ພືດບາງຊະນິດຈະບໍ່ມີທັງອະໄວຍະວະເພດຜູ້ ແລະ ເພດແມ່ຢູໃນດອກດຽວກັນ. ຍິ່ງໄປກວ່ານັ້ນ, ດອກຜູ້ ແລະ ດອກແມ່ອາດຈະຢູ່ຕ່າງຕົ້ນຄື: ມີພຽງຕົ້ນແມ່ທີ່ຈະມີໝາກ. ສິ່ງນີ້ຄວນໄດ້ຮັບການພິຈາລະນາກ່ອນທີ່ຈະປູກຕົ້ນໄມ້ໃຫມ່, ເພາະວ່າກ່ອນທີ່ມັນຈະປົ່ງຂຶ້ນມາ ແລະ ອອກດອກຄັ້ງທໍາອິດ ເຮົາບໍ່ສາມາດຮູ້ໄດ້ວ່າເມັດພັນພືດເປັນເພດໃດ. ເຖິງຢ່າງໃດກໍຕາມ, ການຕັດສິ່ງຈະເຮັດໃຫ້ໄດ້ເພດດຽວກັບຕົ້ນທີ່ເຮົາຕັດມາ. ນອກຈາກນີ້, ບໍ່ຄວນເຂົ້າໃຈຜິດຄິດວ່າຕົ້ນແມ່ ແລະ ຕົ້ນຜູ້ ເປັນພືດສອງສາຍພັນທີ່ແຕກຕ່າງກັນຫາກວ່າພືດ ດັ່ງກ່າວສາມາດປະສົມພັນກັນໄດ້ພວກມັນກໍ່ອາດຈະເປັນສາຍພັນດຽວກັນ.
ລັກສະນະທາງກາຍະວິພາກຂອງແກ່ນ
ແຕ່ລະແກ່ນຈະມີໜໍ່ອ່ອນຫນຶ່ງໜໍ່ ເຊິ່ງເປັນພືດຕົ້ນອ່ອນທີ່ໄດ້ປ່ຽນຮູບຮ່າງຈາກຮາກທີ່ຫາກໍ່ປົ່ງ (ຮາກ) ແລະ ໃບລ້ຽງ (ໃບທໍາອິດ) ທີ່ຖືກເຊື່ອມເຂົ້າກັນໂດຍລໍາຕົ້ນກ້ອງໃບລ້ຽງທີ່ເປັນອະໄວຍະວະທີ່ເກັບພະລັງງານ ແລະ ຄົ້ນພົບ ວ່າມີສອງແບບໃນຈໍາພວກແກ່ນພືດທີ່ມີໃບລ້ຽງຄູ່ ແລະ ຈໍາພວກແກ່ນພືດທີ່ມີໃບລ້ຽງດ່ຽວແມ່ນມີແບບດຽວ. ໃບລ້ຽງຈະກະຕຸ້ນໃຫ້ເກີດການຈະເລີນເຕີບໂຕ ທີ່ເປັນຕົ້ນຕໍຂອງແກ່ນ ກ່ອນທີ່ມັນຈະປ່ຽນຮູບຮ່າງເປັນໃບ ແລະ ຮາກ ທີ່ສາມາດມີຕົ້ນອ່ອນທີ່ມີພະລັງງານ ແລະ ສານອາຫານທີ່ຈໍາເປັນ.
ສະຫຼຸບແລ້ວ ແກ່ນແມ່ນຖືກປ້ອງກັນດ້ວຍເປືອກຫຸ້ມແກ່ນທີ່ທົນທານຕໍ່ເຊື້ອລາ, ເຊື້ອໂຣກ ຫຼື ການອົບແຫ້ງ. ຄວາມ ເສຍຫາຍທັງໝົດທີ່ເຮັດໃຫ້ເປືອກຫຸ້ມແກ່ນເສຍຫາຍຈະເຮັດໃຫ້ໜໍ່ອ່ອນຕາຍ. ເຖິງຢ່າງໃດກໍ່ຕາມ, ແກ່ນຈໍາເປັນຕ້ອງຖືກກັດເຈາະເພື່ອລະບາຍຄວາມຊຸ່ມພາຍໃນອອກ, ເຊິ່ງຈະຊ່ວຍໃຫ້ແກ່ນແຕກຫນໍ່, ຕາມປົກກະຕິແລ້ວ, ເປືອກຫຸ້ມແກ່ນມັກຈະຖືກກັດເຈາະດ້ວຍເຊື້ອໂຣກ ຫຼື ເຊື້ອລາ, ສິ່ງນີ້ບົ່ງບອກໃຫ້ຮູ້ວ່າຍ້ອນຫຍັງເຮົາຈຶ່ງຈໍາເປັນຕ້ອງ ລໍຖ້າເຖິງສອງສາມອາທິດ ຫຼື ເປັນເດືອນກ່ອນທີ່ແກ່ນຈະແຕກຫນໍ່, ການຍ່ອຍອາຫານໂດຍສັດ ຫຼື ການຫົດນໍ້າກໍ່ສາມາດເປັນການກັດເຈາະໄດ້ເຊັ່ນກັນ. ກົນໄກນີ້ຮັບປະກັນໄດ້ວ່າແກ່ນຈະມີສະພາບແວດລ້ອມທີ່ດີໃນການແຕກໜໍ່. ແກ່ນຈະແຕກຫນໍ່ກໍ່ຕໍ່ເມື່ອມັນມີເງື່ອນໄຂສະພາບແວດລ້ອມ (ເຊັ່ນ: ຄວາມຊຸ່ມ ຫຼື ອຸນຫະພູມ) ເໝາະກັບຄວາມຕ້ອງການຂອງມັນ. ຊາວສວນທຸກຄົນຈະເກັບຮັກສາແກ່ນໄວ້ສໍາລັບປີຕໍ່ໄປ.
ເຖິງຢ່າງໃດກໍ່ຕາມ, ພືດທັງໝົດທີ່ບໍ່ສາມາດຜະລິດແກ່ນຕ້ອງຖ້າສອງສາມປີກ່ອນທີ່ຈະມີການແຕກໜໍ່ເຊັ່ນ: ບາງແກ່ນ ບໍ່ມີການເກັບສານອາຫານໄວ້ພຽງພໍ, ບາງແກ່ນກໍ່ເປັນໂຣກຈາກການຕາກແຫ້ງ. ເພາະສະນັ້ນ, ນັກພືດສາດຈຶ່ງສ້າງ ຄວາມແຕກຕ່າງລະຫວ່າງແກ່ນດັ້ງເດີມທີ່ສາມາດແຕກໜໍ່ເຖິງວ່າປະໄວ້ເປັນສະຕະວັດ,ແຕ່ແກ່ນທີ່ແຂງຕາຍຈະບໍ່ ສາມາດແຕກໜໍ່ຫຼັງປະໄວ້ພຽງສອງສາມອາທິດ. ໂດຍສ່ວນໃຫຍ່ແລ້ວແກ່ນທີ່ແຂງຕາຍມັກຈະພົບເຫັນຢູ່ໃນພື້ນທີ່ເຂດຮ້ອນ ເຊິ່ງເປັນບ່ອນທີ່ມີສະພາບເອື້ອອໍານວຍຕໍ່ການຈະເລີນເຕີບໂຕຂອງພືດ. ຕາມປົກກະຕິແກ່ນດັ້ງເດີມຈະຂຶ້ນກັບພັນໄມ້ທີ່ຈະເລີນເຕີບໂຕ ແລະ ຕັ້ງຮາກຖານ ຢູ່ທົ່ວທຸກບ່ອນເຊັ່ນ: ໃນພື້ນທີ່ທີ່ມີແສງແດດຈະຖືກປ່ຽນຮູບຮ່າງໂດຍຕົ້ນໄມ້ທີ່ລົ້ມລົງມາ, ເພາະສະນັ້ນ, ແກ່ນເຫຼົ່ານີ້ ສາມາດປະໄວ້ໄດ້ເປັນເວລາຫຼາຍປີກ່ອນທີ່ຈະມີສະພາບໃນການແຕກໜໍ່ທີ່ດີ.
ທີ່ມາ:ປື້ມຄູ່ມືພືດສວນຜາຕັດແກ້