ພືດແຕ່ລະຊະນິດລ້ວນແລ້ວແຕ່ມີຄວາມດຶງດູດຕໍ່ແມງໄມ້ຕ່າງໆ ສະນັ້ນຈື່ງເກີດມີສັດຕູພືດບາງຊະນິດທຳລາຍ ຫຼື ດູດນ້ໍາຫຼໍ່ລ້ຽງຜົນລະປູກ. ພ້ອມທັງນໍາພະຍາດ ແລະ ແຜ່ລະບາດໄປທົ່ວສວນ ເຊິ່ງມັນໄດ້ສ້າງເສຍຫາຍແກ່ຜົນຜະລິດ ສັດຕູພືດທີ່ມັກເກີດກັບພືດທົ່ວໄປມີດັ່ງນີ້:
ແມງລີ້ນຫມາ ແລະ ຫອຍທາກ:
ສັດທັງສອງຊະນິດນີ້ຕາມຮ່າງກາຍຈະມີເມືອກ ແລະ ມີຄວາມອ່ອນນຸ້ມ, ຫອຍທາກຈະມີເປືອກຫຸ້ມ ແຕ່ແມງລີ້ນຫມາບໍ່ມີ. ພວກມັນມັກກິນເບ້ຍ ແລະ ໃບອ່ອນຂອງພືດ, ເນື່ອງຈາກວ່າພວກມັນມັກເຄື່ອນໄຫວກາງຄືນ, ສະນັ້ນການເຄື່ອນທີ່ຂອງພວກມັນສາມາດຕິດຕາມໄດ້ຈາກຮອຍທີ່ເປັນສີຄ້າຍຄືສີນ້ໍາເງິນທີ່ພວກມັນປະໄວ້. ວິທີດີທີ່ສຸດທີ່ຈະຈັດການກັບສັດຕູພືດພວກນີ້ກໍ່ຄືຄວບຄຸມໂດຍນໍາໃຊ້ວິທີທາງທໍາມະຊາດ. ສັດພວກນີ້ມັກເບຍ ຫາກເອົາຖອກເບຍໃສຈານປະມານ 2 ຊັງຕີແມັດ ແລ້ວເອົາໄປວາງໄວ້, ໃນຕອນເຊົ້າຈະເຫັນພວກມັນຈໍານວນຫຼາຍໂຕເຂົ້າມາຢູ່ໃນຈານເບຍ ແລະ ທ່ານກໍ່ສາມາດກຳຈັດພວກມັນໄດ້.
ບົ້ງ
ບົ້ງແມ່ນຕົວອ່ອນ ຫຼື ຫນອນຂອງແມງກະເບື້ອ ແລະ ແມງເຜົ່າ, ບົ້ງຈະສ້າງ “ຮອຍ” ຫຼື ເສັ້ນທາງນ້ອຍເວລາພວກມັນຄານ,ໂດຍປົກກະຕິແລ້ວ, ຈະພົບບົ້ງໃນຜັກກະລ່ໍາປີ ,ທ່ານສາມາດຈັບບົ້ງໄດ້ດ້ວຍມືຢ່າງງ່າຍດາຍ ແລະ ປ່ອຍມັນກັບຄືນສູ່ທໍາມະຊາດທີ່ຢູ່ຫ່າງໄກຈາກສວນ, ແຕ່ຄວນລະມັດລະວັງໃນເວລາຈັບເພາະມີບົ້ງ ເພາະບາງຊະນິດຈະມີຂົນທີ່ເປັນພິດ, ສະນັ້ນຄວນໃຊ້ອຸປະກອນຊ່ວຍ ແລະ ບໍ່ໃຫ້ຈັບພວກມັນໂດຍກົງ.
ແມງງວງຊ້າງ
ແມງງວງຊ້າງມີລັກສະນະສະເພາະຄືມີດັງໂຄ້ງຍາວ. ມີລໍາຕົວຍາວປະມານ 1 ຊັງຕີແມັດ ແລະ ເປັນສີນ້ໍາຕານປົນສີເຖົ່າ. ຕົວອ່ອນຈະມີຮູບຮ່າງຄືແມງລີ້ນຫມາ, ພວກມັນຈະກິນໃບ, ຮາກ ແລະ ຍອດຂອງພືດໃຫ້ເປັນຮູ, ແມງງວງຊ້າງ ຈະຫາກິນຕອນກາງຄືນ ແລະ ນອນໃນດິນຕອນກາງເວັນ ລັກສະນະການທໍາລາຍຂອງແມງງວງຊ້າງ ແລະ ບົ້ງຈະຄ້າຍຄືກັນການກໍາຈັດແມງງວງຊ້າງຂ້ອນຂ້າງຍາກ. ວິທີຫນຶ່ງແມ່ນເອົາໂຖທີ່ບັນຈຸເສດພືດຜັກປອດສານພິດ ແລະ ດິນວາງໃສ່ໂດຍປິ່ນຫົວໄຖລົງລຸ່ມ, ວິທີນີ້ຈະດຶງດູດແມງງວງຊາງເຂົ້າມານອນໃນຍາມກາງເວັນແລ້ວທ່ານກໍ່ສາມາດກໍາຈັດພວກມັນໄດ້.
ເພ້ຍ
ເພ້ຍມີທັງສີຂຽວ, ຂາວ ດໍາ, ນ້ໍາຕານ ແລະ ສີສົ້ມ, ມີຄວາມຍາວປະມານ 2-5 ມີລີແມັດ. ພວກມັນຂະຫຍາຍຕົວໄວໃນສະພາບອາກາດທີ່ແຫ້ງ ແລະ ອົບອຸ່ນ ກາບຂອງເພ້ຍມີນ້ໍາຕານເຊິ່ງດຶງດູດໃຫ້ເກີດມີເຊື້ອລາຢູ່ຕາມດ້ານຫນ້າຂອງໃບພືດ, ສ່ວນມົດກໍ່ມັກກາບຂອງເພ້ຍທີ່ມີນ້ໍາຕານນີ້ຄືກັນ, ສະນັ້ນມົດຈະປົກປ້ອງເພ້ຍເຫຼົ່ານີ້ຈາກແມງໄມ້ທີ່ມີປະໂຫຍດ ແລະ ມົດກໍ່ຈະຂົນຍ້າຍເພ້ຍໄປຫາພືດຕົ້ນອື່ນໆ. ຖ້າມີການລະບາດຂອງເພ້ຍພຽງເລັກນ້ອຍ, ທ່ານສາມາດສີດນ້ໍາທີ່ປະສົມຢາໃສ່ ຫຼື ລ້າງບ່ອນທີ່ຕິດເຊື້ອອອກຈາກພືດດ້ວຍນ້ໍາສະບູ່.
ແມງມີ່ຂາວ
ແມ່ນແມງໄມ້ນ້ອຍສີຂາວເຊິ່ງມັກຈະພົບຢູ່ກ້ອງໃບຂອງພືດເທົ່ານັ້ນ, ຖ້າຖືກລົບກວນພວກມັນຈະບິນອອກໄປເປັນຝູງ, ວິທີທີ່ງ່າຍທີ່ສຸດໃນການກວດຫາພວກມັນແມ່ນພຽງແຕ່ສັ່ນພືດຂອງຄ່ອຍໆ ແລ້ວສັງເກດເບິ່ງວ່າມັນຈະບິນອອກໄປບໍ່, ທ່ານສາມາດປັດແມງມີຂາວອອກຈາກພືດດ້ວຍນິ້ວມືຂອງທ່ານ ແລະ ຫມັ່ນກວດກາເບິ່ງພືດທຸກໆ 3-4 ວັນ. ຕົວອ່ອນຂອງແມງມີ່ຂາວຈະມີຂະໜາດນ້ອຍຈົນບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າໄດ້. ຫຼັງຈາກນັ້ນປະມານ 3-4 ວັນ ພວກມັນຈຶ່ງຈະໃຫຍ່ໃນຂະຫນາດທີ່ສາມາດເບິ່ງເຫັນໄດ້ ແລະ ກໍ່ສາມາດກໍາຈັດພວກມັນ.
ເພ້ຍຫອຍ
ເພ້ຍຫອຍມີຫຼາຍສາຍພັນ, ຖ້າຍັງເປັນຕົວອ່ອນພວກມັນມັກຍ້າຍໄປມາຕະຫຼອດ, ສ່ວນໂຕທີ່ໃຫຍ່ແລ້ວມັກຢູ່ຢູ່ຕາມໃບ ແລະ ກ້ານຂອງພືດ, ບາງເທື່ອກໍ່ຢູ່ໂຕດຽວ. ໂດຍພື້ນຖານແລ້ວເພ້ຍຫອຍເປັນແມງໄມ້ປະເພດດູດນ້ໍາລໍ່ລ້ຽງຈາກພືດແລ້ວກໍ່ປະຄາບສີເຫຼືອງໄວ້ຕາມໃບຂອງພືດ ມັນເປັນແມງໄມ້ປະເພດກາບມີນ້ໍາຕານທີ່ດຶງດູດເຊື້ອລາ ແລະ ມົດທ່ານສາມາດໃຊ້ແປ້ງຊະນິດອ່ອນ, ສະບູ່ ແລະ ນໍ້າເຊັດຖູເພ້ຍຫອຍອອກຈາກພືດ.ແຕ່ຈົ່ງລະວັງບໍ່ໃຫ້ທໍາລາຍໃບຂອງພືດ. ອີກວິທີໜຶ່ງເຮົາສາມາດເຮັດສ່ວນປະສົມລະຫວ່າງ ນ້ໍາທໍາມະດາຫນຶ່ງສ່ວນ ແລະ ເຫຼົ້າຂາວຫນຶ່ງສ່ວນເຊັດເພ້ຍອອກ. ໃນກໍລະນີທີ່ ມີການລະບາດທີ່ຮຸນແຮງ ທ່ານຈະຕ້ອງໃຊ້ນ້ໍາປະສົມນີ້ເຊັດຖູຫຼາຍຄັ້ງຂຶ້ນຕື່ມ.
ເພ້ຍແປ້ງ
ເພ້ຍແປ້ງແມ່ນສັດຕູພືດທົ່ວໄປ, ທີ່ມີຮູບຊົງໄຂ່, ມີສີຂີ້ເຖົ່າຂາວອ່ອນນຸ້ມຄ້າຍຄືຍອງຝ້າຍ, ມີຄວາມຍາວປະມານ 2-5 ມີລີແມັດ, ສ່ວນໃຫຍ່ມັກພົບເຫັນຕາມກ້ອງໃບ ແລະ ພືດທີ່ປົ່ງໃຫມ່ ຄືກັບເພ້ຍຫອຍ, ເພ້ຍແປ້ງຈະຄາຍນ້ໍາຫວານອອກມາ. ໃນກໍລະນີທີ່ມີການລະບາດທີ່ບໍ່ຮ້າຍແຮງສາມາດໃຊ້ກ້ານສໍາລີປັດ ແລະ ທໍາຄວາມສະອາດບ່ອນທີ່ພືດຕິດເຊື້ອດ້ວຍສະບູ່. ຫາກມີການລະບາດທີ່ຮຸນແຮງຕ້ອງໄດ້ເຮັດຊໍ້າອີກເທື່ອຫນຶ່ງ.
ໄຮແມງມຸມແດງ (ແມງແດງ)
ໄຮແມງມຸມແດງຈະເບິ່ງເຫັນໄດ້ຍາກດ້ວຍສາຍຕາມະນຸດ ເພາະມັນມີຂະຫນາດພຽງ 0.5-1 ມີລີແມັດ ແຕ່ສາມາດສັງເກດໄດ້ຈາກຈຸດທີ່ເປັນຄືແຜ່ນຟີມທີ່ຢູ່ຂ້າງລຸ່ມຂອງໃບພືດ ແລະ ຈຸດທີ່ມີສີເຫຼືອງຫາຂາວຢູ່ຫນ້າໃບ, ພວກມັນຈະດູດນ້ໍາລໍ່ລ້ຽງ ແລະ ທໍາລາຍເຊວຂອງໃບພືດ. ນີ້ຈະສົ່ງຜົນໃຫ້ໃບເຫຼືອງ ແລະ ຕາຍ, ໄຮແມງມຸມແດງຕ້ອງການອາກາດແຫ້ງ ແລະ ຄວາມຊຸ່ມຫນ້ອຍເພື່ອການແຜ່ພັນ. ໃນຕອນເຊົ້າຂອງລະດູແລ້ງເຮົາສາມາດສີດພົ່ນນ້ໍາໃສ່ປາຍ ແລະ ຂ້າງລຸ່ມຂອງໃບພືດເພື່ອປ້ອງກັນການລະບາດຂອງໄຮແມງມຸມແດງ.
ເພ້ຍໄຟ
ເພ້ຍໄຟແມ່ນແມງໄມ້ຊະນິດທີ່ມີປີກນ້ອຍໆຍາວປະມານ 0,2-1 ມີລີແມັດ ມີສີອອກຂີ້ເຖົ່າ, ຕາມປົກກະຕິພວກມັນມັກຈະຢູ່ຕາມກ້ອງໃບພືດເພື່ອດູດຜິວຫນ້າຂອງໃບເອົານໍ້າລໍ່ລ້ຽງ ເຊິ່ງເຮັດໃຫ້ເກີດມີສີນ້ໍາເງິນທີ່ມີຈຸດນ້ອຍໆສີດໍາຢູຕາມໃບພືດ ກໍລະນີນີ້ ທ່ານສາມາດໃຊ້ຢາປາບສັດ ຕູພືດຈາກທໍາມະຊາດ ເຊັ່ນນ້ໍາສະກັດຈາກຜັກທຽມເພື່ອຈັດການກັບເພ້ຍໄຟ.
ໜູ
ໜູເປັນສັດທີ່ມັກກັດກິນຕົ້ນພືດ ທັງຫມາກ ແລະ ແກ່ນ ວິທີໜຶ່ງທີ່ຊ່ວຍຫຼີກລຽງໜູກໍຄືຫ້າມເອົາຊີ້ນ ຫຼື ປາທຸກຊະນິດໃສ່ໃນຄອກຝຸ່ນບົ່ມເພາະມັນດຶງດູດຫນູ ສະນັ້ນຄວນປິດ ແລະ ປ້ອງກັນຄອກຝຸ່ນບົ່ມໃຫ້ດີເພື່ອບໍ່ໃຫ້ໜູເຂົ້າໄດ້. ຖ້າມີຫຼາຍຄວນໃຊ້ແຮ້ວຈັບພວກມັນ. ທີ່ສຳຄັນບໍ່ໃຊ້ສານເບື່ອຫນູ ເພາະມັນຈະເປັນອັນຕະລາຍຕໍ່ ພືດ ແລະ ຄົນ.
ຕັກກະແຕນ
ເປັນແມງໄມ້ທີ່ມີຫຼາຍສີ, ຫຼາຍຂະຫນາດ ແລະ ລັກສະນະທີ່ແຕກຕ່າງກັນ, ຕາມປົກກະຕິແລ້ວພວກມັນມັກຈະຢູ່ຕາມໃບພືດຕ່າງໆເພື່ອກັດກິນໃບຂອງພືດ ໂດຍສະເພາະແມ່ນໃບອອນໃນຊ່ວງເວລາພືດກາໍລັງຈະເລີນເຕີບໂຕ, ລັກສະນະການກິນຂອງແມງໄມ້ປະເພດນີ້ ຈະສັງເກດເຫັນຢູ່ບໍລິເວນໃບຂອງພືດຢ່າງຊັດເຈນ ເຊິ່ງຈະມີຮ່ອງຮອຍການກັດກິນຢູຕາມໃບ ແລະ ກິ່ງກ້ານຂອງພືດເປັນຕົ້ນ.
ຫມັດຜັກ
ຫມັດຜັກແມ່ນແມງໄມ້ຂະຫນາດນ້ອຍແຕ່ທ່ານສາມາດເບິ່ງດ້ວຍຕາເປົ່າໄດ້, ແມງໄມ້ຊະນິດນີ້ ແມ່ນລະບາດຫຼາຍກັບພືດຜັກໃນ ຊ່ວງທີ່ພືດກາໍລັງເຕີບໂຕ ແລະ ງອກງາມ. ລັກສະນະຂອງການທາໍລາຍຈະມີລັກສະນະເຈາະເປັນຮູນ້ອຍໆຕາມໃບ, ຖ້າມີສິ່ງທີ່ມາກະທົບກັບໃບຜັກທີ່ພວກມັນອາໄສຢູ່ພວກມັນກະບິນ ຫຼື ກະໂດດໄປຢ່າງໄວວາ.
ແມງຂີ້ໄຮ (ແມງເຜົ່າແດງ)
ສ່ວນຫຼາຍມັກຈະລະບາດໃນພືດຜັກຕະກຸນຫມາກແຕງ, ລັກສະນະການກິນຂອງພວກມັນຈະເປັນວົງຢູ່ບໍລິເວນແຜ່ນໃບຂອງພືດ, ທ່ານຈະພົບເຫັນພວກມັນຢູ່ຕາມໃບພືດຜັກເປັນຄູ່ຈຳນວນຫຼາຍ. ເມື່ອເວລາມີການເຫນັງຕີງ ຫຼື ມີການເຄື່ອນໄຫວຕ່າງໆ ພວກມັນຈະບິນຫນີໄປຢ່າງໄວວາບາງຄັ້ງກໍ່ຈະຕົກລົງພື້ນດິນ ແລະ ລີ້ຢູ່ກ້ອງໃບພືດ.
ທັງໝົດທີ່ກ່າວມາຂ້າງເທິງນັ້ນແມ່ນຈຳພວກພືດທີ່ທຳລາຍພືດຜັກ ໃນນີ້ບໍ່ຫມາຍຄວາມວ່າແມງໄມ້ທຸກໆ ຊະນິດຈະແມ່ນສັດຕູພືດທັງຫມົດ ເພາະມີແມງໄມ້ບາງຊະນິດກໍ່ເປັນແມງໄມ້ທີ່ມີປະໂຫຍດ ເຊິ່ງພວກມັນຈະຊ່ວຍໃນການປະສົມເກສອນຂອງດອກໄມ້, ຂັບໄລ່ ແລະ ກິນແມງໄມ້ທີ່ເປັນສັດຕູພືດ, ການພະຍາຍາມຊອກຫາສັດຕູພືດໃນເຂດການຜະລິດຂອງທ່ານບໍ່ຫມາຍຄວາມວ່າທ່ານຕ້ອງກັງວົນເພາະສັດຕູພືດເຫຼົ່ານີ້ກໍ່ມີຄວາມດຶງດູດຕໍ່ແມງໄມ້ທີ່ມີປະໂຫຍດເຊັ່ນກັນ, ສະນັ້ນ ຕ້ອງຫຼີກເວັ້ນການໃຊ້ຢາປາບສັດຕູພືດ ເພາະມັນເປັນສິ່ງທີ່ດີທີ່ສຸດທີ່ຈະຮັກສາຄວາມສົມດຸນລະຫວ່າງສັດຕູພືດ ແລະ ແມງໄມ້ທີ່ເປັນປະໂຫຍດ. ຕາມປົກກະຕິໃນໄລຍະທໍາອິດຂອງການທາໍການຜະລິດ, ສັດຕູພືດຈະແຜ່ຂະຫຍາຍໄວກວ່ານັກລ່າຂອງມັນເຊິ່ງແມ່ນແມງໄມ້ທີ່ກິນສັດຕູພືດເປັນອາຫານ. ຈາກນັ້ນພວກມັນກໍ່ຈະກາຍເປັນບັນຫາໃນການຕິດເຊື້ອທີ່ຮຸນແຮງ ແລະ ທ່ານອາດຈະຈໍາເປັນຕ້ອງຕໍ່ສູ້ກັບພວກມັນດ້ວຍການນໍາໃຊ້ຢາປາບສັດຕູພືດທີ່ເຮັດຈາກທໍາມະຊາດ. ໃນບາງກໍລະນີທ່ານອາດຈະພົບທັງສັດຕູພືດ ແລະ ແມງໄມ້ທີ່ເປັນປະໂຫຍດຢູ່ຜົນລະປູກຂອງທ່ານພ້ອມກັນ, ເຊິ່ງມັນເປັນການດີທີ່ສຸດທີ່ຈະປ່ອຍໃຫ້ແມງໄມ້ທີ່ເປັນນັກລ່າໄດ້ເຮັດຫນ້າທີ່ຂອງມັນ ວິທີນີ້ຈະເປັນການຮັກສາວົງຈອນຂອງລະບົບນິເວດ ແລະ ເປັນການຫຼຸດພາລະຂອງທ່ານ ສິ່ງທີ່ທ່ານຄວນຈະເຮັດກໍ່ຄືຫມັ່ນສັງເກດເບິ່ງຄວາມສົມດຸນລະຫວ່າງສັດຕູພືດ ແລະ ແມງໄມ້ທີ່ເປັນປະໂຫຍດ.
ຂໍ້ມູນຈາກ: ສວນພຶກສາຊາດຜາຕັດແກ້ ( ຫຼວງພະບາງ)