ການເຮັດສັນຍາຜູກພັນເປັນຮູບແບບການຈັດຕັ້ງປະຕິບັດໜຶ່ງທີ່ສາມາດຊ່ວຍໃຫ້ຊາວກະສິກອນ ແລະ ບໍລິສັດມີຄວາມເຊື່ອໝັ້ັ້ນໃນການຮ່ວມມືໃນການຊື້ – ຂາຍສິນຄ້າຮ່ວມກັນ ໃນນີ້້ສະມາຄົມຊາວສວນອ້ອຍ ເມືອງໄຊບູລີ ແຂງສະຫວັນນະເຂດ ເປັນຜູ້ສະໜອງອ້ອຍແກ່ໂຮງງານນ້ຳຕານມິດລາວໂດຍຜ່ານການເຮັດສັນຍາຮ່ວມກັນ.
ສະມາຄົມສວນອ້ອຍ ເມືອງໄຊບູລີ ແຂວງສະຫວັນນະເຂດ ມີສະມາຊິກທັງໝົດ 259 ຄອບຄົວ ເຊິ່ງເນື້ອທີ່ການຜະລິດມີ 1,432 ເຮັກຕາ ໂດຍສະມາຄົມໄດ້ຮ່ວມເຊັນສັນຍາກັບບໍລິສັດນັບແຕ່ປີ 2007 ແລະ ໄດ້ເລີ່ມປູກໃນປີ 2008 ໃນຮູບແບບສັນຍາ 2 + 3 ແລະ ຮູບແບບ 1 + 4 ໂດຍອີງຕາມຄວາມສະໝັກໃຈຂອງຊາວສວນ ແຕ່ສ່ວນໃຫຍ່ຊາວສວນຈະເລືອກເອົາສັນຍາຮູບແບບ 2 + 3 ຫຼາຍກວ່າ ເນື່ອງຈາກມີພື້ນທີ່ປູກພຽງພໍແລ້ວ.
ສັນຍາຮູບແບບ 2 + 3 ໝາຍເຖິງບໍລິສັດເປັນຜູ້ສະໜອງທາງດ້ານ ເຕັກນິກ, ຕະຫຼາດ ລວມເຖິງຕົ້ນທຶນໃນການຜະລິດ ສ່ວນຊາວກະສິກອນພຽງມີເນື້ອທີ່ດິນ ແລະ ແຮງງານໃນການຜະລິດ.
ສັນຍາຮູບແບບ 1 + 4 ໝາຍເຖິງບໍລິສັດເປັນຜູ້ສະໜອງທາງດ້ານເຕັກນິກ, ຕະຫຼາດ, ຕົ້ນທຶນ ລວມເຖິງເນື້ອທີ່ດິນປູກຝັງ ສ່ວນຊາວກະສິກອນແມ່ນຮັບຜິດຊອບພຽງແຮງງານເທົ່ານັ້ນ.
ການເຮັດສັນຍາລະຫວ່າງບໍລິສັດ ແລະ ຊາວສວນອ້ອຍ ເປັນການເຊັນຕົກລົງກັນຄັ້ງດຽວໂດຍບໍ່ມີການກຳນົດວັນສິ້ນສຸດສັນຍາ ຈົນກວ່າທັງສອງຝ່າຍຕ້ອງການຢຸດເຊົ່າສັນຍາເທົ່ານັ້ນ. ໃນທຸກໆປີຈະປະຕິບັດຕາມຂໍ້ຕົກລົງທີ່ໄດ້ກຳນົດໄວ້ໃນເບື້ອງຕົ້ນ ສຳລັບລາຄາບໍລິສັດຈະເປັນຝ່າຍກຳນົດໂດຍອີງຕາມທ້ອງຕະຫຼາດ ແລະ ຈະແຈ້ງໃຫ້ຊາວກະສິກອນຮັບຮູ້ກ່ອນລະດູການປູກໃນແຕ່ລະປີ.
ການເຮັດສັນຍາແມ່ນບໍລິສັດຈະເປັນຜູ້ທຶນສຳລັບການໄຖ, ແນວພັນ, ປຸ໋ຍ ແລະ ອື່ນໆ ໃຫ້ຊາວກະສິກອນລ່ວງໜ້າໃນອັດ 6,5 ເປີເຊັນ/ປີ ໃນນີ້ຊາວກະສິກອນຈະບໍ່ໄດ້ຮັບເງິນສົດແຕ່ຈະຄິດໄລ່ເປັນບິນຕິດໜີ້ ພາຍຫຼັງທີ່ເກັບກ່ຽວແລ້ວຈະຕ້ອງສົ່ງຜົນຜະລິດໃຫ້ບໍລິສັດໂດຍຈະຄິດໄລ່ລາຄາຂາຍຂອງຊາວສວນອີງຕາມປະລິມານນ້ຳໜັກຂອງອ້ອຍ ແລ້ວຈຶ່ງລົບໜີ້ອອກ ສ່ວນທີ່ເຫຼືອແມ່ນກຳໄລທີ່ຈະມອບໃຫ້ຊາວສວນ ໂດຍເນື້ອໃນການເຮັດສັນຍາບໍ່ໄດ້ລະບຸປະລິມານຂອງຜົນຜະລິດ ບໍລິສັດຈະຊື້ຜົນຜະລິດທັງໝົດຂອງຊາວສວນ ແລະ ບໍ່ອານຸຍາດຂາຍຜົນຜະລິດໃຫ້ບໍລິສັດອື່ນເດັດຂາດ.
ຄວາມສຳຄັນ
- ບໍລິສັດຈະແຈ້ງລາຄາບໍລິສັດຈະແຈ້ງລາຄາໃນການເກັບຊື້ໃຫ້ຊາວສວນ.
- ບໍລິສັດຈະກາໍນົດ ແລະ ແຈ້ງໄລຍະເວລາໃຫ້ຊາວສວນກະກຽມດິນ (ການໄຖ-ການພວນດິນ) ເພື່ອໃຫ້ທັນກັບເວລາໃນການເກັບກ່ຽວ.
- ຊາວສວນຈະປູກພືດຕະກຸນຖົ່ວ (ຖົ່ວເຫຼືອງ, ຖົ່ວຂຽວ, ຖົ່ວດິນ…) ເພື່ອປັບປຸງດິນ.
- ຮອດທ້າຍເດືອນ 8 ເຖິງ ຕົ້ນເດືອນ 9 ຂອງແຕ່ລະປີ ບໍລິສັດຈະແຈ້ງໃຫ້ຊາວສວນເລີ່ມເກັບກ່ຽວພືດຕະກຸນຖົ່ວອອກ ແລະ ກະກຽມໄຖຄົ້ນດິນ (ໄຖປິດຫນ້າດິນ) ແລະ ຄາດໄຖດິນ.
- ເດືອນ 10 ຂອງແຕ່ລະປີແມ່ນໃຫ້ເລີ່ມລົງມືປູກ ແລະ ໃຫ້ປູກສຳເລັດພາຍໃນເດືອນ 11.
- ຫຼັງຈາກປູກສໍາເລັດແລ້ວບໍລິສັດຈະເອົາເອກະສານແຈ້ງບິນຕິດຫນີ້ຄ່າໄຖ, ປູກ,ປຸ໋ຍ ແລະ ອື່ນໆ ໃຫ້ຊາວສວນກວດຄວາມຖືກຕ້ອງເພື່ອໃຫ້ໍາວສວນເຊັນຢັ້ງຢືນ ແຕ່ຖ້າຂໍ້ມູນພາຍໃນບິນບໍ່ຖືກຕ້ອງຊາວສວນຕ້ອງໄດ້ແຈ້ງ ໃຫ້ບໍລິສັດຮັບຮູ້ ເພື່ອເຂົ້າໄປກວດລາຍລະອຽດຂອງບິນຄືນນຳບໍລິສັດ.
- ເດືອນ 11 ຫາ ເດືອນ 4 ຂອງປີຕໍ່ໄປ ແມ່ນໃຫ້ຊາວສວນຕັດອ້ອຍຂາຍ.
- ບໍລິສັດຈະເອົາລົດມາເກັບເອົາອ້ອຍໄປສົ່ງຢູ່ໂຮງງານ (ກ່ອນການຊັ່ງອ້ອຍບໍລິສັດຈະເອົາຕາງຫນ້າຫົວຫນ້າກຸ່ມ, ຄະນະສະມາຄົມ ແລະ ບັນດາຫ້ອງການທີ່ກຽວເຂົ້າຮ່ວມໃນການກວດອັດຕາຊິງຂອງບໍລິສັດກ່ອນ)..
- ຫຼັງຈາກນັ້ນບໍລິສັດຈະຈ່າຍເງິນ ໃຫ້ຊາວສວນກ່ອນ 12,500 ກີບ/1 ໂຕນ,
- ຈາກນັ້ນບໍລິສັດຈະລົບບິນຫນີ້ອອກສ່ວນທີ່ເຫຼືອແມ່ນເປັນກາໍໄລມອບໃຫ້ຊາວສວນ ແລະ ຈະຈ່າຍເພີ່ມອີກ 12,500 ກີບ /ໂຕນ ຫຼັງຈາກຂາຍອ້ອຍຫມົດສວນ.
ຕົວຢ່າງ: ອ້ອຍເກດ 1 ລາຄາ 350,000 ກີບ/ໂຕນ ລົບ (-) ບິນຕິດຫນີ້ບໍລິສັດອອກ ສ່ວນທີ່ເຫຼືອເປັນກໍາໄລ ແລະ ຊາວສວນຈະໄດ້ຮັບເງິນເພີ່ມອີກ 12,500 ກີບ/ໂຕນ ເປັນເງິນ ໂບນັດ.
ຫມາຍເຫດ: ບໍລິສັດຈະຈັດເກດຂອງອ້ອຍກ່ອນຄິດໄລ່ບິນຫນີ້ສິນອອກ.
- ເກດ 1 ລາຄາ 350,000 ກີບ/ໂຕນ ກໍລະນີອ້ອຍງາມ, ໃບບໍ່ຫຼາຍ, ບໍ່ມີຮາກຫຼາຍ ແລະ ສະອາດ ແມ່ນຈະໄດ້ລາຄາດີ ແລະ ຈະໄດ້ຮັບເງິນໂບນັດ 12,500 ກີບ / ໂຕນ.
- ເກດ 2 ລາຄາ 337,500 ກີບ/ໂຕນ ກໍລະນີອ້ອຍງາມ ໃນລະດັບປານກາງ(ບໍ່ມີເງີນໂບນັດ).
- ເກດ 3 ລາຄາ 250,000 ກີບ/ໂຕນ ກໍລະນີອ້ອຍບໍ່ງາມມີໄຟໄຫມ້, ຍອດຍາວ ບໍລິສັດຈະບໍ່ຈ່າຍເງີນໂບນັດໃຫ້ເພີ່ມ.
ບົດບາດ ແລະ ຫນ້າທີ່ຂອງສະມາຄົມຕໍ່ກັບຄູ່ຮ່ວມສັນຍາ
- ສະມະຄົມຊ່ວຍໃນການເຈລະຈາກັບໂຮງງານກ່ຽວກັບການເປັນຫນີ້ສິນໃຫ້ແກ່ສະມາຊິກ.
- ສະມະຄົມຊ່ວຍຊາວກະສິກອນໃນການຕໍ່ລອງກັບໂຮງງານເພື່ອຫຼຸດຜ່ອນຕົ້ນທຶນການຜະລິດເຊັ່ນ: ປຸ໋ຍ, ແນວພັນ ແລະ ອື່ນໆ.
- ຊ່ວຍໃນການເຈລະຈາຕໍ່ລອງ ແລະ ໃຫ້ຄວາມຮູ້ດ້ານວິຊາການ (ການໄຖພວນ ດິນ, ການໃສປຸ໋ຍ ແລະ ອື່ນໆ ເພື່ອໃຫ້ເກີດຄວາມໂປ່ງໃສລະຫວ່າງຄູ່ຮ່ວມສັນຍາ).
- ຊ່ວຍໃນການເຈລະຈາ ແລະ ຈັດຄິວໃນການປູກ, ການກຽມດິນ ແລະ ການຕັດອ້ອຍເພື່ອປ້ອນເຂົ້າໂຮງງານ.
ບົດຮຽນທີ່ຖອດຖອນໄດ້
ທ່ານ ບົວເລີຍ ເຄນໄຊຍາ ຄະນະສະມາຄົມຊາວສວນອ້ອຍໄດ້ກ່າວວ່າ: “ປັດໃຈທີ່ເຮັດໃຫ້ການຜະລິດແບບມີສັນຍາປະສົບຜົນສາໍເລັດຄືຄວາມຊື່ສັດລະຫວ່າງບໍລິສັດ ແລະ ຊາວສວນເປັນສິ່ງສາໍຄັນເຮັດໃຫ້ການເຮັດສັນຍາສາມາດປະສົບຜົນສໍາເລັດໄດ້ ແລະ ການເຊັນສັນຍາລະຫວ່າງຊາວກະສິກອນກັບບໍລິສັດໂດຍກົງ ເຮັດໃຫສັນຍາມີຄວາມແນ່ນອນເນື່ອງຈາກວ່າຊາວສວນ ແລະ ບໍລິສັດໄດ້ເຊັນຍອມຮັບກັບຂໍ້ຕົກລົງຮ່ວມກັນໃນສັນຍາຢ່າງລະອຽດແລ້ວກ່ອນມີການເຊັນສັນຍາ” ນອກຈາກນັ້ນ, ການເຮັດສັນຍາຍັງເຮັດໃຫ້ຜູ້ຜະລິດຊາວສວນມີຕະຫຼາດທີ່ແນ່ນອນ ໂດຍທ່ານບົວເລີຍ ໄດ້ກ່າວຕື່ມອີກວ່າ: “ການເຮັດສັນຍາຊ່ວຍໃຫ້ຊາວກະສິກອນ ແລະ ບໍລິສັດມີຄວາມເຊື່ອຫມັ້ນເຊິ່ງກັນ ແລະ ກັນຫຼາຍຂື້ນ, ມີຄວາມຫມັ້ນໃຈທີ່ຈະລົງທຶນຮ່ວມກັນ ພ້ອມທັງເຮັດໃຫ້ຊາວກະສິກອນມີຕະຫຼາດຮອງຮັບທີ່ແນ່ນອນ ແລະ ບໍລິສັດກໍມີຄວາມຫມັ້ນໃຈວ່າຈະມີຜົນຜະລິດປ້ອນໂຮງງານໄດ້ຕະຫຼອດປີ”.
ບັນຫາທີ່ເກີດຂຶ້ນຈາກການເຮັດສັນຍາ ແລະ ວິທີແກ້ໄຂ
- ບັນຫາດິນເຊາະເຈື່ອນ: ການໄຖດິນສວນອ້ອຍທຸກປີເຮັດໃຫ້ດິນສວນໄຫຼເຈື່ອນລົງສູ່ແຫຼ່ງນ້ຳໃກ້ຄຽງໄດ້ ເຮັດໃຫ້ຫ້ວຍຫນອງຕື້ນຂື້ນແຫຼ່ງນ້ໍາທໍາມະຊາດຫຼຸດລົງ ດັ່ງນັ້ນ, ເພື່ອຫຼຸດຜ່ອນບັນຫາສະມາຊິກສະມາຄົມຈິ່ງປະຕິບັດກົດລະບຽບດັ່ງນີ້:
ກ. ການເຮັດສວນອ້ອຍຄວນຫ່າງຈາກແຫຼ່ງນຳ້ປະມານ 15 ແມັດ ແຫຼ່ງນ້ໍານ້ອຍປະເພດຫນອງ.
ຂ. ການເຮັດສວນອ້ອຍຄວນຫ່າງຈາກແຫຼ່ງນ້ປະມານ 30 ແມັດ ແຫຼ່ງນາໍໃຫຍ່ ປະເພດ ຫວຍ ຫຼື ບຶງ.
ຄ. ການເຮັດສວນອ້ອຍຄວນຫ່າງຈາກແຫຼ່ງນ້ໍາປະມານ 50 ແມັດ ນໍ້າຂອງ.
- ບັນຫາການຄິດໄລ່ບິນຫນີ້ສິນ: ໃນເມື່ອກ່ອນຍັງມີບາງກໍລະນີເກີດມີຂໍ້ຜິດພາດໃນການບັນທຶກຫນີ້ສິນຄ່າໄຖດິນແປງປູກຂອງຊາວສວນ ເຮັດໃຫ້ຊາວສວນກາຍເປັນຫນີ້ບໍລິສັດ ແລະ ຍ້ອນຂາດການບັນທຶກຂໍ້ມູນ, ການເຊັນຮັບສິນຄ້າກັບບໍລິສັດໃນເວລາລົດອ້ອຍມາຂົນເອົາອ້ອຍຢູ່ສວນ ເຮັດໃຫ້ຈາໍນວນອ້ອຍຫຼຸດຈາກໂຕຈິງ ແຕ່ຫນີ້ສິນຄ່າໄຖ ແລະ ຄ່າແປງປູກແມ່ນຊາວສວນຍັງຕ້ອງໄດ້ຈ່າຍໃຫ້ບໍລິສັດເປັນປົກກະຕິ ສະນັ້ນ, ຕໍ່ກັບບັນຫາ ສະມາຄົມໄດ້ສະເໜີໃຫ້ບໍລິສັດທົບທວນຄືນ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ເຊິ່ງບໍລິສັດກໍ່ໃຫ້ການຮ່ວມມື ແລະ ຊ່ວຍຊາວກະສິກອນກວດສອບຄວາມຖືກຕ້ອງຂອງໃບບິນຫນີ້ສິນ ແລະ ການຊື້ຂາຍອ້ອຍ.
- ບັນຫາຜົນຜະລິດຫຼຸດລົງ ເນື່ອງຈາກການຫັນປ່ຽນຈາກການນາໍໃຊ້ສານເຄມີມາເປັນອິນຊີ ເຮັດໃຫ້ຜົນຜະລິດຫຼຸດລົງຈຶ່ງເຮັດໃຫ້ລາຍຮັບຂອງຊາວສວນຫຼຸດລົງ ໃນປີ 2019 ບໍລິສັດໄດ້ຫັນປ່ຽນໃຫ້ຊາວສວນເຮັດການປູກອ້ອຍແບບອິນຊີ ເນື່ອງຈາກວ່າຕະຫຼາດຊື້ – ຂາຍອ້ອຍຂອງບໍລິສັດມີການຫັນປ່ຽນມາຊື້ຂາຍໃນຮູບແບບອິນຊີຢ່າງດຽວຊາວສວນຈຳເປັນຕ້ອງໄດ້ຫັນປ່ຽນຮູບແບບການປູກແບບສັນຍາຈາກການໃຊ້ສານເຄມີເຮັດໃຫ້ມາເປັນການປູກແບບອິນຊີເພື່ອປ້ອນໃຫ້ບໍລິສັດໂດຍນາໍໃຊ້ເຕັກນິກ ແລະ ປຸ໋ຍຂອງບໍລິສັດເຊິ່ງໃນປີທຳອິດຂອງການຫັນປຽນແມ່ນເຫັນວ່າຊາວສວນໄດ້ຮັບຜົນຜະລິດຫນ້ອຍລົງຈາກແຕ່ກ່ອນເຄີຍຜະລິດໄດ້ປະມານ 2000 ໂຕນ ເຫຼືອພຽງ 1500-1600 ໂຕນ ຍ້ອນແນວນັ້ນສະມາຄົມໄດ້ສະເຫນີໃຫບໍລິສັດທົບທວນຄືນທາງດ້ານເຕັກນິກເຂົ້າໃນການປູກ ແລະ ຫາວິທີແກ້ໄຂເພີ່ມເຕີມໃຫ້ກັບຊາວສວນ.
ຄວາມສ່ຽງດ້ານເສດຖະກິດ
- ລາຄາແມ່ນບໍລິສັດເປັນຜູ້ກໍານົດເອງຊາວສວນບໍ່ໄດ້ເຂົ້າຮ່ວມໃນການກຳນົດລາຄາ ນອກຈາກນັ້ນ, ຊາວສວນເອງບໍ່ຮູ້ລາຄາຂອງຕະຫຼາດໂລກໃນການເກັບຊື້ ແລະ ບໍ່ຮູ້ວິທີໃນການຊອກຫາລາຄາເພື່ອຕໍ່ລອງກັບບໍລິສັດເຮັດໃຫ້ຊາວກະສິກອນມີຄວາມສ່ຽງທີ່ຈະຖືກກົດລາຄາຈາກບໍລິສັດ.
- ຊາວກະສິກອນມີຄວາມສ່ຽງຜົນຜະລິດບໍ່ໄດ້ຕາມກາໍນົດ ເນື່ອງຈາກວ່າການປູກພືດຊະນິດດຽວໃນພື້ນທີ່ເກົ່າຊ້ຳກັນເຮັດໃຫ້ດິນເກີດມີໂລກລະບາດ, ເສຍຄຸນນະພາບແຕ່ໃນທາງກົງກັນຂ້າມການໄຖພວນດິນຍັງໄລ່ເປັນຫນີ້ສິນຕາມປົກກະຕິ ເຮັດໃຫ້ຊາວກະສິກອນມີຄວາມກົດດັນທີ່ຈະເປັນຫນີ້ຄ່າໄຖດິນແປງປູກ.
- ບັນຫາໄຟໄໝ້ສວນອ້ອຍເນື່ອງຈາກວ່າຊາວເຮັດໃຫ້ສວນໃນເຂດໃກ້ຄຽງຍັງມີການຈູດສວນ ແລະ ນາເຮັດໃຫ້ໄຟລາມໃສ່ສວນອ້ອຍຂອງຊາວສວນຈຶ່ງສົ່ງຜົນເຮັດໃຫ້ລາຄາຕ່ຳ.
- ຊາວສວນຍັງຂາດຂໍ້ມູນ ແລະ ຄວາມຮູ້ໃນການເຮັດສັນຍາກະສິກາໍ.
- ການຊັ່ງນາໍຫນັກອ້ອຍຂອງຊາວສວນ ແມ່ນບໍລິສັດເປັນຜູ້ເອົາໄປຊັ່ງຢູ່ພາຍໃນບໍລິດສັດ ເຊິ່ງຊາວສວນບໍ່ໄດ້ເຂົ້າຮ່ວມໃນການຊັ່ງນ້ໍາຫນັກສິນຄ້າ.
ຂໍ້ສະເໜີຈາກຊາວກະສິກອນ:
- ສະເໜີໃຫ້ບໍລິສັດ ແລະ ພາກລັດທີ່ກ່ຽວຂ້ອງຊ່ວຍຊອກຫາເຕັກນິກໃໝ່ທີ່ສາມາດເລັ່ງ ໃຫ້ຜົນຜະລິດຕົ້ນໃຫຍ່ແລະ ຂະຫຍາຍໂຕດີ ເນື່ອງຈາກວ່າການຜະລິດຂອງຊາວສວນຫຼຸດລົງຫຼັງຈາກຫັນມາຜະລິດແບບອິນຊີໃນຊ່ວງໄລຍະປີທາໍອິດ ເຮັດໃຫ້ຊາວສວນມີລາຍຮັບຫຼຸດລົງ.
- ສະເໜີບໍລິສັດ ແລະ ພາກລັດທີ່ກ່ຽວຂ້ອງມີນະໂຍບາຍຊ່ວຍເຫຼືອຊາວກະສິກອນກ່ຽວກັບເຕັກນິກໃນການປັບປຸງດິນ ຫຼື ພືດຕະກຸນຖົ່ວເພື່ອປັບປຸງດິນ.
- ສະເໜີໃຫ້ພາກລັດຊ່ວຍໃນການສະຫນອງຂໍ້ມູນລາຄາອ້ອຍໃນຕະຫຼາດໂລກໃຫ້ຊາວສວນຮັບຮູ້ເພື່ອເປັນປະໂຫຍດໃຫ້ຊາວສວນສາມາດຕໍ່ລອງລາຄາສິນຄ້າກັບບໍລິສັດໄດ້.
ທີ່ມາ: ເຄືອຂ່າຍຊາວກະສິກອນລາວ