ຄົນເຮົາ ບໍ່ໄດ້ຢູ່ໃນທຳມະຊາດພຽງລຳພັງ, ແຕ່ຄົນເຮົາ ມີສິ່ງລຶກລັບຫຼາຍຢ່າງຢູ່ອ້ອມຕົວ ເຊິ່ງຄົນເຮົາມັກຈະເອີ້ນກັນຈົນຕິດປາກວ່າ “ຜີ”, ຄຳວ່າຜີ ມີຄວາມໝາຍກ້ວາງຂວາງຫຼາຍ, ມັນຍັງກວມເອົາເຖິງສິ່ງສັກສິດທຸກປະເພດ ຫຼື ສິ່ງເໜືອທຳມະຊາດປະເພດຕ່າງໆທີ່ເປັນທັງສິ່ງຄຸ້ມຄອງປົກປັກຮັກສາ ແລະ ສິ່ງບໍດີແກ່ຄົນເຮົາ
ຜີທີ່ດີ ຈະມັກມີສະຖານທີ່ໃຫ້ຢູ່, ເປັນຜູ້ປົກປັກຮັກສາສະຖານທີ່ຕ່າງໆເຊັ່ນ: ຜີບ້ານ, ຜີເມືອງ, ຜີເຮືອນ ເຊິ່ງເປັນວິນຍານຂອງບ້ານ, ຂອງເມືອງ, ຂອງເຮືອນ. ຄົນຈະສັກກະລະບູຊາບັນດາສິ່ງລຶກລັບເຫຼົ່ານັ້ນ ດ້ວຍການຈູດທູບ,ຈູດທຽນ, ບູຊາດ້ວຍດອກໄມ້ ຫຼື ຫມາກໄມ້. ສິ່ງລຶກລັບເຫຼົ່ານັ້ນ ມັກຈະອາໄສຢູ່ຕາມຕົ້ນໄມ້ໃຫ່ຍ, ດັ່ງຕົ້ນໂພ (Ficus religiosa) ເປັນໂຕແທນຂອງພະພຸດທະຮູບທີ່ຢູ່ຕາມວັດວາ, ແຕ່ຢູ່ໃນປ່າ ແມ່ນຕົ້ນໄມ້ໃຫ່ຍອື່່່ນທີ່ຖືກຍົກເປັນໂຕແທນອີກ ແລະ ເປັນສັນຍາລັກໃຫ້ບັນດາສິ່ງລຶກລັບຕ່າງໆເຫຼົ້ານັ້ນອາໄສຢູ່. ບັນດາຕົ້ນໄມ້ໃຫ່ຍ ມັກຈະຖືກເຊື່ອວ່າ ເປັນສູນລວມຂອງຈິດໃຈໃນພິທີປິ່ນປົວຈຳນວນໜຶ່ງ ເຊັ່ນ: “ເປັນການຂັບໄລ່ສິ່ງທີ່ມາສິງສະຖິດ” ໃນພິທີນັ້ນ ກິ່ງໄມ້ ຫຼື ງ່າໄມ້ ມັກຈະມີສິ່ງຄ້ຳໄວ້ ເພື່ອໃຫ້ຄົນເຈັບຖືກຄ້ຳຊູໄວ້ ເພາະມີຄວາມເຊື່ອວ່າ ການຊ່ວຍຊູຕົ້ນໄມ້ ກໍປຽບເໝືອນການຊ່ວຍຊູຄົນ
ຜີບໍດີ ມີຈຳນວນຫຼາຍເຊັ່ນ ຜີເຜດ, ແມ່ນບາບຂອງຄົນ ທີ່ເຊື່ອກັນວ່າເກີດຈາກການສະສົມກຳ ຄົນມັກຈະມີຄວາມຢ້ານກົວເປັນພິເສດ ຖ້າເວົ້າເຖິງວິນຍານຂອງເດັກນ້ອຍເກີດໃໝ່ຕາຍ ຫຼື ເວົ້າເຖິງວິນຍານຂອງຄົນຕາຍຫຸງຈາກອຸບັດຕິເຫດຕ່າງໆ. ຜີກ່ອງກ່ອຍເປັນຜີທີ່ຍ່າງຖອຍຫຼັງ ເພື່ອລຶບຮ່ອງຮອຍຂອງມັນ. ຜີປອບ ຖ້າໄດ້ເຂົ້າຜູ້ໃດແລ້ວຜູ້ໂຊກຮ້າຍຜູ້ນັ້ນກໍຈະກາຍເປັນທາດຂອງມັນ ແລະ ກາຍເປັນຜີປອບແທນມັນ.
ແຕ່ພວກເຮົາກໍຍັງໂຊກດີຢູ່ ທີ່ວ່າຄວາມລຶກລັບເລົ່ານັ້ນສາມາດປ້ອງກັນໄດ້ໂດຍການເອົາຕົ້ນຫຍ້າຄາ (Imperata cylindrica), ໃບເລັບເງືອກ (Euphorbia antiquorum) ມາຫ້ອຍໃສ່ປະຕູເຮືອນ ຫຼື ນຳເອົາບັນດາຕົ້ນໄມ້ ທີ່ເຊື່ອກັນວ່າ ມີໄມ້ທີ່ເຮັດໃຫ້ຄັນຄາຍມາຈູດດັ່ງໄມ້ມີ່ (Schima wallichii). ຢູ່ເດີ່ນບ້ານ ທາງໜ້າເຮືອນ ເພິ່ນນິຍົມປູກຕົ້ນຕະບອງເພັດຊະນິດໜາມ ເພາະເຊື່ອກັນວ່າ ສິ່ງລຶກລັບຕ່າງໆເຫຼົ່ານັ້ນມີຄວາມຢ້ານກົວ. ການມີເຄື່ອງປ້ອງກັນທີ່ດີຕິດຕົວໄວ້ເຊັ່ນ: ຜີເສື້ອນ້ອຍ (Vitex trifolia) ເປັນການດີເພາະເຊື່ອກັນວ່າມັນສາມາດກັນສິ່ງບໍດີໄດ້. ສ່ວນວິທີການແກ້ອາການຜູ້ປ່ວຍຈາກເວດມົນດຳ ຫຼື ຈາກແມມົດຕ່າງໆ ແມ່ນເອົາແສ້ທີ່ເຮັດດ້ວຍໃບຂອງຕົ້ນໝາກແໜ່ງມາຂ້ຽນຜູ້ທີ່ຖືກຜີເຂົ້ານັ້ນເອງ.
ຂໍ້ມູນ: ສ່ວນພຶກສາຊາດຜາຕັດແກ້